ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ຝ່າຍຂາຍຄຳຍັງຄົງຄຸມທິດທາງ ເຖິງແມ່ນລາຄາຈະຟື້ນຕົວຂຶ້ນໃນຊ່ວງຜ່ານມາ

ຝ່າຍຂາຍຄຳຍັງຄົງຄຸມທິດທາງ ເຖິງແມ່ນລາຄາຈະຟື້ນຕົວຂຶ້ນໃນຊ່ວງຜ່ານມາ

ການຄາດຄະເນຄັ້ງໃໝ່ວ່າທະນາຄານກາງສະຫະລັດ (Fed) ຈະຫຼຸດອັດຕາດອກເບ້ຍ ໄດ້ຊ່ວຍເພີ່ມຄວາມກ້າຮັບຄວາມສ່ຽງໃນການຊື້ຄຳໃນມື້ກ່ອນ. ແນວໃດກໍຕາມ, ການຂາດຂໍ້ມູນເສດຖະກິດ ຫຼື ເຫດການສຳຄັນ ພ້ອມກັບບັນຍາກາດລະມັດລະວັງກ່ອນການເຜີຍແຜ່ດັດຊະນີລາຄາຜູ້ຜະລິດ (PPI) ຂອງສະຫະລັດ ແລະ ດັດຊະນີຄວາມເຊື່ອໝັ້ນຜູ້ບໍລິໂພກຂອງ UoM (CSI) ໃນວັນສຸກ ຊ່ວຍໃຫ້ເງິນໂດລາສະຫະລັດຮັກສາກຳໄລປະຈຳອາທິດໄວ້ໄດ້. ປັດໄຈດຽວກັນນີ້ກໍເປັນອຸປະສັກຕໍ່ການຟື້ນຕົວຂອງ XAUUSD ຈາກຈຸດຕ່ຳສຸດໃນຮອບຫຼາຍມື້ ຊີ້ວ່າຜູ້ຂາຍຄຳແທ່ງຍັງຄອງຄວາມໄດ້ປຽບ ເຖິງແມ່ນວ່າລາຄາຈະຟື້ນຕົວຢ່າງໂດດເດັ່ນໃນມື້ກ່ອນ.

ໃນຂະນະທີ່ເງິນໂດລາສະຫະລັດແຂງຄ່າຂຶ້ນເລັກນ້ອຍ, ສະກຸນເງິນເຊັ່ນ ເອີໂຣ ແລະ ປອນອັງກິດ (GBP) ບໍ່ສາມາດດຶງດູດແຮງຊື້ໄດ້ ທ່າມກາງຂໍ້ມູນເສດຖະກິດພາຍໃນທີ່ປະສົມປົນເປ ແລະ ກະແສຂ່າວວ່າທະນາຄານກາງເອີຣົບ (ECB) ແລະ ທະນາຄານອັງກິດ (BoE) ອາດຫຼຸດອັດຕາດອກເບ້ຍໄວກວ່າທີ່ຄາດ. ນອກຈາກນັ້ນ USDJPY ບໍ່ສົນໃຈຄວາມຫວັງວ່ານະໂຍບາຍຜ່ອນຄາຍທີ່ສຸດຂອງທະນາຄານກາງຍີ່ປຸ່ນ (BoJ) ຈະສິ້ນສຸດໄວຂຶ້ນ ໂດຍຍັງຄົງຕິດຕາມອັດຕາຜົນຕອບແທນພັນທະບັດທີ່ແຂງຂຶ້ນ ແລະ ແຂງຄ່າຕໍ່ເນື່ອງເປັນອາທິດທີ 3, ໂດຍຢູ່ໃກ້ລະດັບສູງສຸດໃນຮອບ 3 ເດືອນ.

ແນວໃດກໍຕາມ ຄວນສັງເກດວ່າ ນ້ຳມັນດິບບໍ່ໄດ້ຊ່ວຍໜູນໃຫ້ເງິນໂດລາສະຫະລັດແຂງຄ່າຂຶ້ນ ທ່າມກາງຄວາມຕຶງຄຽດດ້ານພູມິລັດສາດໃນຕາເວັນອອກກາງ ແລະຄວາມເຊື່ອໝັ້ນຂອງ OPEC ຕໍ່ຄວາມຕ້ອງການໃນອະນາຄົດ. ດ້ວຍເຫດນີ້ ນັກຊື້ຂາຍພະລັງງານຈຶ່ງມອງຂ້າມການຄາດຄະເນຄວາມຕ້ອງການນ້ຳມັນທີ່ບໍ່ສົດໃສຂອງ IEA.

ຕໍ່ມາ AUDUSD ຍັງຮັກສາການຟື້ນຕົວຈາກລະດັບຕໍ່າສຸດໃນຮອບຫຼາຍເດືອນ ຂະນະທີ່ NZDUSD ກັບຄືນລົບລ້າງກຳໄລປະຈຳອາທິດກ່ອນ ທ່າມກາງຄວາມກັງວົນຕໍ່ທ່າທີຜ່ອນຄາຍຂອງ RBNZ.

ໃນອີກດ້ານໜຶ່ງ ແຮງຊື້ໃນ BTCUSD ເລີ່ມຜ່ອນແຮງລົງຢູ່ລະດັບສູງສຸດນັບຕັ້ງແຕ່ເດືອນພະຈິກ 2021 ຫຼັງຈາກທະນາຄານ ແລະກອງທຶນຫຼາຍແຫ່ງໃນສະຫະລັດໄດ້ຍື່ນຂໍອະນຸມັດ spot ETF. ຂະນະດຽວກັນ ETHUSD ກຳລັງຈະມີກຳໄລລາຍອາທິດສູງສຸດນັບຕັ້ງແຕ່ຕົ້ນເດືອນເມສາ 2023 ແລະລາຄາກໍຂຶ້ນໄປແຕະລະດັບສູງສຸດໃນຮອບ 21 ເດືອນ ທ່າມກາງຄວາມຄາດຫວັງໃນວົງກວ້າງວ່າ spot ETF ຈະໄດ້ຮັບການອະນຸມັດ ແລະຍ້ອນຕົວຊີ້ວັດ on-chain ທີ່ສົ່ງສັນຍານບວກ.

ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:

  • ນ້ຳມັນ Brent ຜູ້ຊື້ພັກການຊື້ຂາຍໃນລະດັບ $82.90-83.00 ຫຼັງຈາກລາຄາປັບຂຶ້ນຫຼາຍທີ່ສຸດໃນຮອບ 1 ອາທິດໃນມື້ກ່ອນ.
  • ລາຄາຄຳ ພະຍາຍາມຮັກສາການຟື້ນຕົວຈາກລະດັບຕ່ຳສຸດໃນຮອບ 2 ເດືອນ ແຕ່ຍັງມີຄວາມບໍ່ແນ່ນອນ ໂດຍລາຄາຫຼ້າສຸດຢູ່ໃກ້ $2,005.
  • ດັດຊະນີ USD ປັບຂຶ້ນເປັນມື້ທຳອິດໃນຮອບ 3 ມື້ ໂດຍມີແຮງຊື້ໜຸນເລັກນ້ອຍ ຢູ່ໃກ້ 104.40 ໃນຂະນະທີ່ຂຽນຂ່າວ.
  • ວອລສະຕຣີດ ປິດຕະຫຼາດໃນແດນລົບ ຂະນະທີ່ ອາຊີ-ປາຊີຟິກ ປັບຕົວຫຼຸດລົງເລັກນ້ອຍ. ແຕ່ເຖິງຢ່າງນັ້ນ ຮຸ້ນໃນເອີຣົບແລະອັງກິດກໍປັບຂຶ້ນເລັກນ້ອຍໃນຊົ່ວໂມງທຳອິດຂອງການຊື້ຂາຍ.
  • BTCUSD ເຄື່ອນໄຫວຂຶ້ນລົງໃກ້ລະດັບສູງສຸດໃນຮອບຫຼາຍເດືອນທີ່ປະມານ $52,500 ຂະນະທີ່ ETHUSD ຫຼຸດລົງຈາກລະດັບສູງສຸດນັບຕັ້ງແຕ່ເດືອນພຶດສະພາ 2022 ມາຢູ່ທີ່ $2,820 ໃນເວລາຂ່າວ.
ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

ເງິນໂດລາສະຫະລັດມີແນວໂນ້ມປິດອາທິດດ້ວຍການປັບຂຶ້ນ ແລະກົດດັນຜູ້ຊື້ສິນຄ້າໂພຄະພັນ…

ເຖິງແມ່ນວ່າໃນ2ມື້ຜ່ານມາ ເງິນໂດລາສະຫະລັດໄດ້ສູນເສຍກຳໄລສ່ວນໃຫຍ່ທີ່ເກີດຈາກເງິນເຟີ້ໃນສະຫະລັດ, ແຕ່ຍັງມີແນວໂນ້ມຈະປິດອາທິດດ້ວຍກຳໄລ ເນື່ອງຈາກເຈົ້າໜ້າທີ່ທະນາຄານກາງສະຫະລັດຍັງລັງເລທີ່ຈະສະໜັບສະໜູນການຫຼຸດອັດຕາດອກເບ້ຍໃນປີ 2024, ຂະນະທີ່ກະແສການຄາດຄະເນເຖິງການລົງຈອດແບບນຸ່ມນວນກຳລັງແຮງຂຶ້ນ.

ສ່ວນຂ້ວມູນເສດຖະກິດນັ້ນ, ຍອດຂາຍຍ່ອຍປີກໃນສະຫະລັດຫຼຸດລົງຫຼາຍທີ່ສຸດນັບຕັ້ງແຕ່ເດືອນມີນາ 2023 ແລະຊ່ວຍໃຫ້ນັກຊື້ຂາຍຢືນຍັນຄືນວ່າ ທະນາຄານກາງສະຫະລັດ (Fed) ຈະຫຼຸດອັດຕາດອກເບ້ຍໃນປີ 2024, ເຖິງແນວໂນ້ວ່າການປັບລຸດໃນເດືອນມີນາຈະຖືກຕັດອອກຈາກທາງເລືອກແລ້ວກໍຕາມ. ນອກຈາກຍອດຂາຍຍ່ອຍປີກແລ້ວ, ຂໍ້ມູນຫຼັກແລະການຜະລິດທາງອຸດສາຫະກໍສະໜັບສະໜູນມຸມມອງທີ່ຄາດການດຳເນີນນໂຍບາຍການເງິນແບບຜ່ອນຄາຍຂອງນັກຊື້ຂາຍ, ຊຶ່ງສົ່ງຜົນໃຫ້ດັດຊະນີເງິນໂດລາສະຫະລັດ (DXY) ມີແນວໂນ້ທີ່ຈະບັນທຶກການຂາດທຶນປະຈຳວັນຫຼາຍທີ່ສຸດໃນຮອບ 2 ອາທິດ. ຄວນສັງເກດວ່າ GDP ຂອງສະຫະລັດໃນໄຕມາດ 4 ຖືກປັບຫຼຸດຈາກ 3.4% ເປັນ 2.9% ໂດຍແບບຈຳລອງ GDPNow ຂອງທະນາຄານກາງແຟດເດວິລຕາ ກໍເປັນປັດໃຈຫື່ງທີ່ຊ່ວຍກະຕຸ້ນໃຫ້ເງິນໂດລາສະຫະລັດອ່ອນຄ່າ๜

ແນວໃດກໍຕາມ, ດັດຊະນີພາກການຜະລິດທີ່ດີຂຶ້ນຈາກທະນາຄານກາງສະຫະລັດສາຂາຟິລາເດວເຟຍແລະນິວຢອກ ພ້ອມກັບຈຳນວນຜູ້ຂໍຮັບສິດຫວ່າງງານປະຈຳອາທິດທີ່ຕ່ຳສຸດໃນຮອບ 4 ອາທິດ ໄດ້ຊ່ວຍພະຍຸງເງິນໂດລາສະຫະລັດໄວ້ ແລະກະຕຸ້ນໃຫ້ລາຄາດີດກັບໃນຊ່ວງຕົ້ນວັນສຸກ. ຂ່າວທີ່ລະບຸວ່າຮາມາສປະຕິເສດຂໍ້ສະເໜີຂອງອິສຣາແອນເລື່ອງການຢຸດຍິງ 3 ເດືອນ & ການອອກຈາກກາຊາຂອງຜູ້ນຳ ກໍອາດເປັນປັດໃຈໃນທຳນອງດຽວກັນ.

ນອກຈາກນີ້ ເຈົ້າໜ້າທີ່ທະນາຄານກາງສະຫະລັດ (Fed) ຍັງພະຍາຍາມຕ້ານແຮງຂາຍ ແຕ່ກໍບໍ່ໄດ້ຮັບການຍອມຮັບຢ່າງກວ້າງຂວາງ. Christopher Waller ຜູ້ວ່າການ Fed ກ່າວວ່າ ເງິນໂດລາມີແນວໂນ້ມຈະຍັງຄົງເປັນສະກຸນເງິນສຳຮອງຂອງໂລກ. ຕໍ່ມາ Raphael Bostic ປະທານ Fed ສາຂາ Atlanta ກໍກ່າວວ່າ ຍັງບໍ່ຈຳເປັນຮີບດ່ວນທີ່ Fed ຈະຫຼຸດອັດຕາດອກເບ້ຍ. ໃນຂະນະທີ່ Claudia Sahm ອະດີດນັກເສດຖະສາດຂອງ Fed ສະຫະລັດ ລະບຸວ່າ Fed ກຳລັງຊັກຊ້າການຫຼຸດອັດຕາດອກເບ້ຍໂດຍບໍ່ຈຳເປັນ ແລະເສີມວ່າ “ຄວາມສ່ຽງເຫຼົ່ານີ້ມີຢູ່ຈິງ”.

ໃນອີກດ້ານໜຶ່ງ NZDUSD ບໍ່ສົນໃຈການຟື້ນຕົວຂອງດັດຊະນີພາກການຜະລິດຂອງນິວຊີແລນ ລວມທັງການທີ່ຜູ້ວ່າການ RBNZ ປະຕິເສດການຫຼຸດອັດຕາດອກເບ້ຍ. ສ່ວນ AUDUSD ສະທ້ອນບົດບາດຂອງຕົນໃນຖານະຕົວຊີ້ວັດຄວາມສ່ຽງ ທ່າມກາງຖ້ອຍຄຳຂອງ RBA ທີ່ມີທ່າທີຜ່ອນຄາຍ.

ໃນຕະຫຼາດອື່ນ ເຈົ້າໜ້າທີ່ BoE ພະຍາຍາມສົ່ງເສີມມຸມມອງໃນແງ່ດີຕໍ່ເສດຖະກິດ ແລະທົດສອບທ່າທີເຂັ້ມງວດຕໍ່ການຂຶ້ນດອກເບ້ຍ ແຕ່ບໍ່ສາມາດໜູນຫຼັງທ່າທີນັ້ນດ້ວຍມາດຕະການທີ່ສອດຄ່ອງ ແລະຍັງເຮັດໃຫ້ GBPUSD ຖືກກົດດັນຕະຫຼອດອາທິດ. ໃນແນວທາງດຽວກັນ EURUSD ກໍຍັງອ່ອນຕົວ ເນື່ອງຈາກ Christine Lagarde ປະທານ ECB ສະແດງທ່າທີເຂັ້ມງວດໜ້ອຍລົງ ແລະສື່ຂ່າວລາຍງານວ່າມີບົດລາຍງານທີ່ສະໜັບສະໜູນການປັບປ່ຽນທ່າທີຂອງ ECB ໃນເດືອນມີນາ ລວມທັງການຫຼຸດອັດຕາດອກເບ້ຍຫຼັງຈາກນັ້ນ. ນອກຈາກນີ້ Kazuo Ueda ຜູ້ວ່າການ BoJ ຍັງກ່າວຊ້ຳຄຳເຫັນກ່ອນໜ້ານີ້ວ່າ ສະໜັບສະໜູນອັດຕາດອກເບ້ຍທີ່ສູງຂຶ້ນເມື່ອບັນລຸເປົ້າໝາຍເງິນເຟີ້. ຂະນະທີ່ການແຊກແຊງດ້ວຍວາຈາຂອງ Suzuki ລັດຖະມົນຕີການເງິນຍີ່ປຸ່ນ ກົດດັນລາຄາ JPY.

ກຸ່ມສິນຄ້າໂພກພັນມີຄວາມໜ້າສົນໃຈໜ້ອຍລົງ ໂດຍມີສັນຍານປະປົນກັນ: ລາຄາຄຳກຽມປິດອາທິດໃນແດນລົບ ທ່າມກາງເງິນໂດລາສະຫະລັດທີ່ແຂງຄ່າຂຶ້ນ. ແຕ່ລາຄານ້ຳມັນດິບບໍ່ສົນໃຈຄວາມກັງວົນຂອງ IEA ກ່ຽວກັບຄວາມຕ້ອງການໃຊ້ພະລັງງານທີ່ຫຼຸດລົງ ແລະຫັນໄປໃຫ້ຄວາມສົນໃຈກັບມຸມມອງໃນແງ່ດີຂອງ OPEC ເພື່ອກຽມປິດອາທິດໃນແດນບວກເປັນອາທິດທີ 2 ຕິດຕໍ່ກັນ.

  • ຄຳແນະນຳຊື້ຢ່າງແຂງແຮງ: USDCAD, USDJPY
  • ຂາຍຢ່າງແຮງ: ນ້ຳມັນດິບ, ເງິນໂດລາສະຫະລັດ, GBPUSD
  • ຊື້: BTCUSD, ETHUSD, Nasdaq, ຄຳ
  • ຂາຍ: DAX, FTSE 100, BTCUSD, AUDUSD, EURUSD

ຂໍ້ມູນເສດຖະກິດສະຫະລັດລະດັບຮອງຈະຊີ້ທິດທາງໃນຊ່ວງທ້າຍອາທິດ

ໃນຕໍ່ໜ້າ,ຂໍ້ມູນຕະຫຼາດທີ່ຢູ່ອາໄສຂອງສະຫະລັດຈະມາພ້ອມກັບດັດຊະນີລາຄາຜູ້ຜະລິດ (PPI) ແລະຕົວເລກຄັ້ງທຳອິດຂອງດັດຊະນີຄວາມເຊື່ອໝັ້ນຜູ້ບໍລິໂພກ (CSI) ຂອງມະຫາວິທະຍາໄລມິຊິແກນ (UoM) ເຊິ່ງຈະເປັນທີ່ຈັບຕາຂອງນັກຊື້ຂາຍຕາມ momentum. ຕາມກຳນົດການຍັງມີການກ່າວສຸນທອນພົດຂອງຜູ້ບໍລິຫານທະນາຄານກາງລະດັບກາງຈາກສະຫະລັດ ແລະອັງກິດ.

ແນວໃດກໍຕາມ,ການຄາດຄະເນຂໍ້ມູນສ່ວນໃຫຍ່ຊີ້ວ່າ Fed ຈະຫຼຸດອັດຕາດອກເບ້ຍໃນກາງປີ 2024, ເຊິ່ງອາດທົດສອບຄວາມແຂງແກ່ນຂອງຝ່າຍຊື້ເງິນໂດລາສະຫະລັດ. ແຕ່ຖ້າຜົນທີ່ອອກມາແຂງແກ່ນເກີນຄາດ ກໍຈະສະທ້ອນໃຫ້ເຫັນວ່າຜູ້ກຳນົດນະໂຍບາຍຍັງຄົງຢືນຢັນແນວຄິດທີ່ວ່າອັດຕາດອກເບ້ຍຈະຢູ່ໃນລະດັບສູງຕໍ່ໄປອີກດົນ ແລະອາດກົດດັນລາຄາສິນຄ້າໂພກພັນ ລວມທັງສະກຸນເງິນຂອງອົດສະຕຣາລີ ແລະນິວຊີແລນ.

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!