Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?

MTrading VIP IB Club

ຂໍ້ກຳນົດທົ່ວໄປ

1.1. MTrading VIP IB Club ແມ່ນໂຄງການພິເສດສຳລັບການຍົກຍ້ອງແລະສົ່ງເສີມການເຕີບໂຕ (ຕໍ່ໄປນີ້ເອີ້ນວ່າ “ໂຄງການ”) ຈັດຕັ້ງໂດຍ MTrading (ServiceComsvg LLC - ຕໍ່ໄປນີ້ເອີ້ນວ່າ “ບໍລິສັດ”).

1.2. ໂຄງການນີ້ຈັດຂຶ້ນເພື່ອມອບລາງວັນແລະສົ່ງເສີມ IB ນາຍໜ້າແນະນຳລູກຄ້າ (IBs) ທີ່ສ້າງຜົນງານໂດດເດັ່ນທີ່ສຸດຂອງ MTrading ຜ່ານການເຂົ້າເຖິງໂອກາດຕ່າງໆ, ປະສົບການພິເສດ ແລະການສະໜັບສະໜູນທີ່ດີຂຶ້ນ.

1.3. ໂຄງການນີ້ເປີດຮັບ ສະເພາະຜູ້ທີ່ໄດ້ຮັບຄຳເຊີນເທົ່ານັ້ນ ແລະເປີດໃຫ້ IB ທີ່ມີຄຸນສົມບັດຄົບຕາມເງື່ອນໄຂການເຂົ້າຮ່ວມໃນຊ່ວງເວລາປະເມີນຜົນຢ່າງເປັນທາງການ ແລະໄດ້ຮັບການອະນຸມັດຢ່າງເປັນທາງການຈາກບໍລິສັດ.

1.4. ຊ່ວງເວລາປະເມີນຜົນ ແມ່ນຕັ້ງແຕ່ ວັນທີ 1 ມິຖຸນາ ຫາ 30 ກັນຍາ 2025 (UTC).

ເງື່ອນໄຂການເຂົ້າຮ່ວມ

2.1. ເພື່ອໃຫ້ມີສິດພິຈາລະນາເຂົ້າເປັນສະມາຊິກ VIP IB Club, IB ຕ້ອງມີຄຸນສົມບັດຄົບຕາມເງື່ອນໄຂຕໍ່ໄປນີ້:

  • ມີ ເງິນຝາກສຸດທິຢ່າງໜ້ອຍ 25,000 USD ຕໍ່ເດືອນ, ແລະຕ້ອງຮັກສາລະດັບນີ້ໄວ້ເປັນເວລາ ຢ່າງໜ້ອຍ 2 ເດືອນຕິດຕໍ່ກັນ ໃນຊ່ວງເວລາປະເມີນຜົນ.
  • ບັນລຸ ລະດັບ Platinum Partner ຢ່າງໜ້ອຍພາຍໃນທ້າຍຊ່ວງເວລາປະເມີນຜົນ.

2.2. ຝ່າຍບໍລິຫານຂອງບໍລິສັດເປັນຜູ້ພິຈາລະນາແລະອະນຸມັດການເຂົ້າເປັນສະມາຊິກຕາມດຸນພິນິດຂອງຕົນເທົ່ານັ້ນ. ການມີຄຸນສົມບັດຄົບຕາມເງື່ອນໄຂບໍ່ໄດ້ຮັບປະກັນວ່າຈະໄດ້ເຂົ້າຮ່ວມໂດຍອັດຕະໂນມັດ.

ການຢືນຢັນສະມາຊິກ

3.1. IB ທີ່ໄດ້ຮັບອະນຸມັດຈະໄດ້ຮັບການຮັບຮອງຢ່າງເປັນທາງການໃຫ້ເປັນສະມາຊິກ VIP IB Club ແລະຈະໄດ້ຮັບ ບັດ VIP Club ໃນເດືອນກໍລະກົດ 2025.

3.2. ການເປັນສະມາຊິກ Club ເຮັດໃຫ້ສາມາດເຂົ້າເຖິງສິດປະໂຫຍດພິເສດຫຼາຍປະການ ແລະສິດພິເສດໃນການໄດ້ຮັບການຍົກຍ້ອງ ໂດຍມີເງື່ອນໄຂວ່າຕ້ອງປະຕິບັດຕາມຂໍ້ກຳນົດແລະນະໂຍບາຍຂອງບໍລິສັດຢ່າງຕໍ່ເນື່ອງ.

ສິດປະໂຫຍດຂອງສະມາຊິກ

4.1. ການເຂົ້າເຖິງໂອກາດຕ່າງໆ

  • ການພົບປະແບບສ່ວນຕົວກັບ ທີມຜູ້ບໍລິຫານລະດັບສູງ ຂອງ MTrading.
  • ໂອກາດໃນການແບ່ງປັນຄຳຄິດເຫັນ, ສະເໜີການປັບປຸງ ແລະມີສ່ວນຮ່ວມກຳນົດທິດທາງການພັດທະນາແພລດຟອມ.

4.2. ປະສົບການສຸດພິເສດ

  • ຄຳເຊີນເຂົ້າຮ່ວມງານລ້ຽງອາຫານຄ່ຳ IB ແບບສ່ວນຕົວ ແລະງານສ້າງເຄືອຂ່າຍສະເພາະກຸ່ມທົ່ວອາຊີ.
  • ເດີນທາງໄປດູໄບໂດຍບໍ່ເສຍຄ່າໃຊ້ຈ່າຍ ໃນ ເດືອນຕຸລາ 2025, ລວມມີ:
    • ຄຳເຊີນລະດັບ VIP ເຂົ້າຮ່ວມ Dubai Forex Expo
    • ການປະຊຸມວາງຍຸດທະສາດແບບປິດລັບ ກັບຜູ້ບໍລິຫານລະດັບສູງ
    • ກິດຈະກຳບັນເທີງລະດັບຫຼູຫຼາ ແລະກິດຈະກຳດ້ານວັດທະນະທຳ

4.3. ລາງວັນພິເສດ & ການສະໜັບສະໜູນ

  • ການປັບເພີ່ມຄ່າຄອມມິຊຊັນຕາມຄວາມເໝາະສົມ ແລະ ແຄມເປນໂບນັດສະເພາະ ສຳລັບລູກຄ້າທີ່ແນະນຳມາ.
  • ການສະໜັບສະໜູນດ້ານການຕະຫຼາດຄົບວົງຈອນຂັ້ນສູງ ເພື່ອຊ່ວຍເສີມການເຕີບໂຕຂອງ IB.

ທຣິບ VIP ໄປດູໄບ (ເດືອນຕຸລາ 2025)

5.1. ມີພຽງສະມາຊິກ VIP IB Club ທີ່ໄດ້ຮັບການອະນຸມັດເທົ່ານັ້ນ ຈຶ່ງມີສິດເຂົ້າຮ່ວມກິດຈະກຳ Dubai Forex Expo.

5.2. ການເຂົ້າຮ່ວມບໍ່ສາມາດໂອນສິດໃຫ້ຜູ້ອື່ນໄດ້ ແລະຕ້ອງປະຕິບັດຕາມຂໍ້ກຳນົດຂອງໂຄງການຢ່າງຕໍ່ເນື່ອງ.

5.3. ບໍລິສັດຂໍສະຫງວນສິດໃນການຖອນຄຳເຊີນເດີນທາງໄປດູໄບ ໃນກໍລະນີມີພຶດຕິກຳບໍ່ເໝາະສົມ, ລະເມີດນະໂຍບາຍ ຫຼືມີພຶດຕິກຳທາງທຸລະກິດທີ່ຂາດຈັນຍາບັນ.

ອື່ນໆ

6.1. ບໍລິສັດຂໍສະຫງວນສິດໃນການປັບປ່ຽນ, ພັກໄວ້ຊົ່ວຄາວ ຫຼືຍົກເລີກໂຄງການຕາມດຸນພິນິດຂອງຕົນ ໃນກໍລະນີເກີດເຫດການທີ່ຄາດບໍ່ເຖິງ, ການສໍ້ໂກງ ຫຼືຂໍ້ຜິດພາດ.

6.2. ຄວາມພະຍາຍາມໃດໆໃນການປັ່ນປ່ວນປະລິມານການຊື້ຂາຍ, ການຝາກເງິນ, ຂໍ້ມູນຜົນງານ ຫຼືການເຂົ້າຮ່ວມກິດຈະກຳທີ່ລະເມີດສັນຍາພັນທະມິດຂອງບໍລິສັດ ອາດສົ່ງຜົນໃຫ້ຖືກຕັດສິດທັນທີ, ປິດບັນຊີ ແລະລະງັບສິດປະໂຫຍດຕ່າງໆຂອງໂຄງການ..

6.3. ເມື່ອຕອບຮັບສະມາຊິກພາບ VIP IB Club ແລ້ວ ຜູ້ເຂົ້າຮ່ວມຕົກລົງທີ່ຈະຮ່ວມກິດຈະກຳປະຊາສຳພັນຕາມຄວາມເໝາະສົມ ເຊັ່ນ ການຍົກຍ່ອງຕໍ່ສາທາລະນະ, ການສຳພາດ ຫຼືການຖ່າຍຮູບ. ຂໍ້ມູນສ່ວນບຸກຄົນຈະບໍ່ຖືກເປີດເຜີຍຫາກບໍ່ໄດ້ຮັບຄວາມຍິນຍອມລ່ວງໜ້າ.

6.4. ສຳລັບຄຳຖາມກ່ຽວກັບ VIP IB Club, IB ສາມາດຕິດຕໍ່ຫາຜູ້ຈັດການບັນຊີສ່ວນຕົວ ຫຼືຂຽນຫາ support@mtrading.com.