
AUDUSD ສືບຕໍ່ຟື້ນຕົວປັບຖານຈາກຈຸດຕໍ່າສຸດໃນຮອບ 6 ອາທິດຂອງມື້ກ່ອນ ທ່າມກາງຕະຫຼາດວັນຈັນທີ່ຜັນຜວນ. ຄູ່ສະກຸນເງິນທີ່ເປັນຕົວຊີ້ວັດຄວາມສ່ຽງນີ້ປັບຂຶ້ນເລັກນ້ອຍ ເຖິງວ່າມີຫຼາຍປັດໄຈກົດດັນຄວາມເຊື່ອໝັ້ນ ໂດຍສ່ວນໃຫຍ່ມາຈາກຈີນແລະເກົາຫຼີເໜືອ. ສາເຫດອາດກ່ຽວຂ້ອງກັບການທີ່ບໍ່ມີນັກຊື້ຂາຍຈາກສະຫະລັດແລະການາດາ.
ສ່ວນຕາມທີ່ຕະຫຼາດນ້ຳມັນ Brent ປັບຕົວຂຶ້ນເປັນຄັ້ງແຮກໃນຮອບ 6 ມື້ ຂະນະທີ່ລາຄາທອງກໍປັບຕົວຂຶ້ນເັກນ້ອຍທ່າມກາງຕະຫຼາດທີ່ກຳລັງປັບຖານ. ຄວນສັງເກດວ່າ ສັນຍາຫຸ້ນລ່ວງໜ້າຂອງສະຫະລັດປັບຕົວລົງເລັກນ້ອຍ, ຂະນະທີ່ຫຸ້ນໃນພູມພາກເອເຊຍ-ແປິຟິກື້ຂາຍປັບຜົນຜວນປົນກັນ.
ສະກຸນເງິນຫຼັກອື່ນໆແລະສິນຄ້າໂພຄະພັນສ່ວນໃຫຍ່ຍັງຄົງແທບບໍ່ປ່ຽນແປງຈາກລາຄາປິດຂອງມື້ກ່ອນ ຂະນະທີ່ສະກຸນເງິນຄຣິບໂຕປັບຂຶ້ນເລັກນ້ອຍໃກ້ລະດັບສູງສຸດໃນຮອບຫຼາຍເດືອນ ທີ່ບັນລຸໄວ້ໃນອາທິດກ່ອນ.
ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:



ບໍ່ພຽງແຕ່ວັນພັກໃນສະຫະລັດແລະການາດາເທົ່ານັ້ນ, ປະຕິທິນຂ່າວເສດຖະກິດທີ່ມີລາຍການໜ້ອຍໃນພູມິພາກເອເຊຍ-ປາຊີຟິກກໍຈຳກັດການເຄື່ອນໄຫວຂອງຕະຫຼາດໃນຕອນຕົ້ນຂອງວັນຈັນ. ດັ່ງນັ້ນ ເງິນໂດລາສະຫະລັດຈຶ່ງຫຼຸດທອນກຳໄລທີ່ເພີ່ມຂຶ້ນໃນຊ່ວງຜ່ານມາ ແລະເປີດທາງໃຫ້ສະກຸນເງິນຫຼັກຄ່ອຍໆແຂງຄ່າຂຶ້ນ.
ເຖິງຢ່າງນັ້ນ, ການທີ່ທະນາຄານປະຊາຊົນຈີນ (PBOC) ບໍ່ໄດ້ດຳເນີນການໃດໆ ກໍເຮັດໃຫ້ມີຄວາມຫວັງວ່າຈີນຈະຜ່ອນຄາຍນະໂຍບາຍເພີ່ມຕື່ມ, ໃນຂະນະທີ່ຄວາມຕຶງຄຽດລະຫວ່າງຈີນກັບສະຫະລັດປະທຸຂຶ້ນພ້ອມກັບການຍິງລູກສອນໄຟຂອງເກົາຫຼີເໜືອ.
ຄວາມຄາດຫວັງວ່າທະນາຄານກາງອົດສະຕຣາລີ (RBA) ອາດຈະຮັກສາຈຸດຢືນແບບ hawkish ໄວ້ ເຖິງແມ່ນຂໍ້ມູນຈະມີທັງດ້ານບວກແລະດ້ານລົບ ເພື່ອຮັບມືກັບຄວາມກັງວົນກ່ຽວກັບ Fed, ຄືວ່າໄດ້ຊ່ວຍໜູນ AUDUSD ພ້ອມກັບຄວາມຄາດຫວັງວ່າຈີນຈະອອກມາດຕະການກະຕຸ້ນເພີ່ມເຕີມ.
ໃນອີກດ້ານໜຶ່ງ, ຄຳເບິ່ງຄືວ່າກຳລັງໄດ້ຮັບອານິສົງຈາກສະຖານະສິນຊັບປອດໄພຕາມປະເພນີ ທ່າມກາງການອ່ອນຄ່າຂອງເງິນໂດລາສະຫະລັດ ແລະການທີ່ນັກຊື້ຂາຍບໍ່ຢູ່ວໍຊິງຕັນ. ຄວາມຫວັງວ່າຈີນຈະມີຄວາມຕ້ອງການຄຳເພີ່ມຂຶ້ນ ເນື່ອງຈາກຄາດວ່າຈະເນັ້ນນະໂຍບາຍການເງິນແບບຜ່ອນຄາຍ ອາດຊ່ວຍເພີ່ມແຮງໃຫ້ການຟື້ນຕົວແກ້ໄຂຂອງໂລຫະຊະນິດນີ້.
ນອກຈາກນັ້ນ, ກະແສຂ່າວທີ່ວ່າ ທ່ານ Haruhiko Kuroda ຜູ້ວ່າການທະນາຄານກາງຍີ່ປຸ່ນ (BoJ) ອາດຈະທຸ່ມເທຢ່າງເຕັມທີ່ເປັນຄັ້ງສຸດທ້າຍ ກ່ອນຈະອອກຈາກຕຳແໜ່ງໃນເດືອນເມສາ ເພື່ອປົກປ້ອງນະໂຍບາຍການເງິນແບບຜ່ອນຄາຍ ເບິ່ງຄືວ່າໄດ້ຊ່ວຍໜູນຄວາມຮູ້ສຶກຂອງຕະຫຼາດ ແລະກົດດັນເງິນໂດລາສະຫະລັດ.
ຄວນສັງເກດວ່າ BTCUSD ແລະ ETHUSD ຍັງຮັກສາການປັບຂຶ້ນລາຍອາທິດເປັນຄັ້ງທຳອິດໃນຮອບ 3 ອາທິດ ແລະຫຼັງຈາກນັ້ນລາຄາກໍຍັງເປັນບວກເລັກນ້ອຍ. ຂະນະທີ່ຜູ້ຊື້ຂາຍກຳລັງຮັບມືກັບການຂາດທຶນທີ່ມີ FTX ເປັນຕົ້ນເຫດ ແລະຍັງບໍ່ມີການປະກາດດ້ານກົດລະບຽບຄັ້ງສຳຄັນທີ່ອາດຈະຈຳກັດການຂະຫຍາຍຕົວຂອງຄຣິບໂຕ
ເນື່ອງຈາກຕະຫຼາດຫຼັກຫຼາຍແຫ່ງປິດທຳການ ແລະຕາຕະລາງຂ່າວເສດຖະກິດກໍບໍ່ໜາແໜ້ນ ວັນຈັນຈຶ່ງມີແນວໂນ້ມຈະເປັນມື້ທີ່ຊື່ມເຊື່ອຍສຳລັບຕະຫຼາດຫຸ້ນທົ່ວໂລກ. ເຖິງຢ່າງນັ້ນ ຄວນຕິດຕາມການເຄື່ອນໄຫວຂອງເງິນໂດລາສະຫະລັດຢ່າງໃກ້ຊິດ ກ່ອນການເຜີຍແຜ່ບົດບັນທຶກການປະຊຸມ FOMC ໃນວັນພຸດ ແລະການປະກາດຕົວເລກ GDP ຂອງສະຫະລັດໄຕມາດ 4 ຄັ້ງທີສອງ.
ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!