ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

ລາຄາຄຳປັບຂຶ້ນໄດ້ຈຳກັດ ເຖິງແມ່ນຈີນຈະອອກມາດຕະການກະຕຸ້ນ ກ່ອນການເປີດເຜີຍຕົວເລກ NFP ຂອງສະຫະລັດ

ລາຄາຄຳປັບຂຶ້ນໄດ້ຈຳກັດ ເຖິງແມ່ນຈີນຈະອອກມາດຕະການກະຕຸ້ນ ກ່ອນການເປີດເຜີຍຕົວເລກ NFP ຂອງສະຫະລັດ

ຕະຫຼາດເຂົ້າສູ່ຊ່ວງລວມຕົວກ່ອນການເຜີຍແຜ່ຕົວເລກ NFP ໃນຕອນຕົ້ນວັນສຸກ ຫຼັງຈາກຕະຫຼາດກັບທິດໃນວັນພະຫັດ. ເຖິງຢ່າງນັ້ນ ເງິນໂດລາສະຫະລັດກໍອ່ອນແຮງລົງຈາກການຟື້ນຕົວໃນມື້ກ່ອນຈາກເສັ້ນຄ່າສະເລ່ຍເຄື່ອນທີ່ຫຼັກ ທ່າມກາງມຸມມອງທີ່ແຕກຕ່າງກັນຕໍ່ Fed. ຂະນະດຽວກັນ ຄວາມຮູ້ສຶກຕະຫຼາດຍັງຄົງມີຄວາມຫວັງໃນແງ່ດີແບບລະມັດລະວັງ ເນື່ອງຈາກມາດຕະການກະຕຸ້ນເສດຖະກິດຂອງຈີນ.

ລາຄາຄຳປັບຂຶ້ນເລັກນ້ອຍ ແຕ່ຍັງບໍ່ທັນສາມາດຮັບອານິສົງຈາກມາດຕະການຫຼາຍຂັ້ນຕອນຂອງຈີນ ເພື່ອເພີ່ມສະພາບຄ່ອງໃນຕະຫຼາດ ແລະປົກປ້ອງເງິນຢວນ. ນອກຈາກນັ້ນ ລາຄານ້ຳມັນດິບຂຶ້ນເຮັດສະຖິຕິສູງສຸດໃນຮອບ 3 ອາທິດ ເມື່ອຂ່າວຈາກຈີນມາປະສົມກັບສິ່ງທ້າທາຍດ້ານພູມສາດການເມືອງ ແລະທຳມະຊາດທີ່ກະທົບຕໍ່ການສະໜອງພະລັງງານ.

ສ່ວນຕະຫຼາດອື່ນໆ ຄູ່ເງິນຕາຫຼັກຍັງຄົງຊົງຕົວ ແຕ່ AUDUSD ປັບລົງຫຼາຍທີ່ສຸດໃນບັນດາຄູ່ເງິນຕາ G10 ເຖິງແມ່ນວ່າດັດຊະນີ PMI ພາກການຜະລິດ Caixin ຂອງຈີນຈະອອກມາດີກໍຕາມ ເຊິ່ງອາດເປັນຍ້ອນຂໍ້ມູນເສດຖະກິດອົດສະຕຣາລີທີ່ອ່ອນແອ. ແນວໃດກໍຕາມ USDJPY ເຄື່ອນໄຫວສວນທາງ ແລະປັບລົງເລັກນ້ອຍ ທ່າມກາງທ່າທີເຂັ້ມງວດຂອງ BoJ.

ດັດຊະນີຫຸ້ນໃນພູມິພາກອາຊີ-ປາຊີຟິກເຄື່ອນໄຫວປະສົມກັນ ໂດຍເຄື່ອນຕາມທິດທາງຂອງ Wall Street ແລະທ່າທີທີ່ບໍ່ແນ່ນອນຂອງສັນຍາຊື້ຂາຍລ່ວງໜ້າຫຸ້ນສະຫະລັດ.

BTCUSD ແລະ ETHUSD ຍັງບໍ່ມີທິດທາງທີ່ຊັດເຈນ ຫຼັງຈາກລາຄາຫຼຸດລົງຢ່າງໜັກໃນສອງມື້ຕິດຕໍ່ກັນຜ່ານມາ ທ່າມກາງຄວາມກັງວົນວ່າ SEC ຂອງສະຫະລັດຈະບໍ່ມອງຂ້າມຄວາມພ່າຍແພ້ຫຼ້າສຸດຕໍ່ Ripple ແລະ Grayscale.

ຕໍ່ໄປນີ້ແມ່ນຄວາມເຄື່ອນໄຫວຫຼ້າສຸດຂອງສິນຊັບຫຼັກ:

  • ນ້ຳມັນ Brent ຂຶ້ນແຕະຈຸດສູງສຸດຂອງເດືອນກ່ອນ ຊຶ່ງເປັນລະດັບສູງສຸດນັບແຕ່ທ້າຍເດືອນມັງກອນ ໂດຍຝ່າຍຊື້ກຳລັງດັນລາຄາເຂົ້າຫາ $87.60 ໃນເວລາຂ່າວນີ້ອອກເຜີຍແຜ່.
  • ລາຄາຄຳ ເຄື່ອນໄຫວຂຶ້ນລົງໃກ້ແນວຕ້ານສຳຄັນທີ່ປະມານ $1,945 ຂະນະກຽມປິດບວກລາຍອາທິດເປັນອາທິດທີ 2 ຕິດຕໍ່ກັນ.
  • ດັດຊະນີ USD ຫຼຸດການຟື້ນຕົວຂອງມື້ກ່ອນຈາກເສັ້ນຄ່າສະເລ່ຍເຄື່ອນທີ່ 200 ມື້ ເຖິງແມ່ນວ່າແຮງຊື້ຂາຍຍັງອ່ອນໃກ້ລະດັບ 103.50 ໃນໄລຍະຫຼ້າສຸດ.
  • Wall Street ປິດການຊື້ຂາຍໂດຍມີຜົນປະສົມ ແລະ ຕະຫຼາດຮຸ້ນໃນພູມິພາກອາຊີ-ປາຊີຟິກ ກໍເຊັ່ນກັນ ເຖິງແມ່ນວ່າຮຸ້ນຈີນຈະປັບຂຶ້ນກໍຕາມ. ຂະນະດຽວກັນ ຮຸ້ນ ໃນ ຕະຫຼາດເອີຣົບ ແລະ ອັງກິດ ປັບຫຼຸດລົງເລັກນ້ອຍໃນເວລາລາຍງານຂ່າວ.
  • BTCUSD ຍັງຊື້ຂາຍຢູ່ໃນລະດັບຕ່ຳປະມານ $26,000 ຂະນະທີ່ ETHUSD ແກວ່ງຕົວໃກ້ລະດັບ $1,650 ໃນຂະນະລາຍງານ.
ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

ການຊື້ຂາຍຊະລໍຕົວກ່ອນການປະກາດຕົວເລກ NFP ຈຳກັດການເຄື່ອນໄຫວຂອງຕະຫຼາດ

ເຖິງແມ່ນວ່າຈີນຈະປະກາດມາດຕະການຂະໜາດໃຫຍ່ເພື່ອຫຼີກລ່ຽງການຊະລໍຕົວຂອງການຟື້ນຕົວທາງເສດຖະກິດ ແຕ່ຄວາມເຊື່ອໝັ້ນຂອງຕະຫຼາດຍັງບໍ່ແນ່ນອນ ເນື່ອງຈາກຂໍ້ມູນເງິນເຟີ້ແລະການຈ້າງງານຂອງສະຫະລັດໃນມື້ກ່ອນອອກມາດີ ແລະຊີ້ວ່າ Fed ອາດຄົງອັດຕາດອກເບ້ຍໃຫ້ສູງຕໍ່ໄປອີກດົນ. ຄວາມກັງວົນທີ່ປັກກິ່ງອາດບໍ່ສາມາດຮັກສາການຟື້ນຕົວທາງເສດຖະກິດທີ່ເກີດຂຶ້ນກ່ອນໜ້ານີ້ດ້ວຍມາດຕະການລ່າສຸດ ທ່າມກາງຄວາມຕຶງຄຽດທາງພູມລັດສາດທົ່ວໂລກ ກໍອາດສົ່ງຜົນກະທົບຕໍ່ຄວາມເຊື່ອໝັ້ນແລະການເຄື່ອນໄຫວຂອງຕະຫຼາດເຊັ່ນກັນ.

ອີກດ້ານໜຶ່ງ ຄວາມກັງວົນວ່າ SEC ຂອງສະຫະລັດອາດຊັກຊ້າການອະນຸມັດ Spot Bitcoin ETF ແລະບັນຍາກາດລະມັດລະວັງກ່ອນການອັບເດດ Ether ເບິ່ງຄືຈະກົດດັນລາຄາ BTCUSD ແລະ ETHUSD ໃນຂະນະທີ່ເງິນໂດລາສະຫະລັດພະຍາຍາມຮັກສາກຳໄລຈາກມື້ກ່ອນ.

  • ຊື້ຢ່າງແຂງແຮງ: USDCAD
  • ຂາຍຢ່າງແຮງ: ETHUSD, GBPUSD
  • ຊື້: USD Index, Nasdaq, USDJPY
  • ຂາຍ: DAX, FTSE 100, BTCUSD, AUDUSD, EURUSD

ທຸກຢ່າງຂຶ້ນກັບຕົວເລກການຈ້າງງານຂອງສະຫະລັດ…

ເຖິງແມ່ນວ່າ GDP ຂອງການາດາ ແລະ ISM Manufacturing PMI ຂອງສະຫະລັດຈະມີກຳນົດປະກາດໃນປະຕິທິນເສດຖະກິດ, ແຕ່ຜູ້ຮ່ວມຕະຫຼາດສົນໃຈລາຍງານການຈ້າງງານປະຈຳເດືອນສິງຫາຂອງສະຫະລັດຫຼາຍກວ່າ, ໂດຍສະເພາະຫຼັງຈາກຂໍ້ມູນຫຼາຍຊຸດທີ່ອອກມາປົນກັນໃນໄລຍະຜ່ານມາ ແລະຄວາມກັງວົນວ່າ Fed ອາດຢຸດວົງຈອນການຂຶ້ນດອກເບ້ຍແບບເຂັ້ມງວດ. ຖ້າຕົວເລກ NFP ຂອງສະຫະລັດມື້ນີ້ ແລະຂໍ້ມູນຊີ້ວັດດ້ານການຈ້າງງານອື່ນໆອອກມາອ່ອນແອ, ເງິນໂດລາສະຫະລັດກໍບໍ່ອາດຫຼີກລ້ຽງການຂາດທຶນປະຈຳອາທິດເປັນຄັ້ງທຳອິດໃນຮອບ 7 ອາທິດ.

ຂໍໃຫ້ທ່ານໂຊກດີໃນການຊື້ຂາຍ!