Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ເມື່ອຕະຫຼາດມີຄວາມບໍ່ແນ່ນອນສູງຫຼາຍ ແລະທະນາຄານກາງກຳລັງດຳເນີນນະໂຍບາຍເງິນໃຫ້ເຂັ້ມງວດຂຶ້ນ, ນັກລົງທຶນຈຶ່ງຊອກຫາສິນຊັບທີ່ໝັ້ນຄົງແລະເຊື່ອຖືໄດ້ ເພື່ອໃຫ້ສາມາດເພີ່ມມູນຄ່າເງິນທຶນ ຫຼືຢ່າງໜ້ອຍຮັກສາເງິນທຶນໄວ້ໃນລະດັບເດີມ.
ນັກລົງທຶນມືໃໝ່ກຳລັງຊອກຫາຂໍ້ມູນເຊິງເລິກທີ່ຫາຍາກ ເພື່ອໃຫ້ຕິດຕາມຕະຫຼາດໄດ້ທັນ ຂະນະທີ່ນັກຊື້ຂາຍຜູ້ຊ່ຽວຊານຍັງຄົງອາໄສສິນຊັບທີ່ຜ່ານການພິສູດແລ້ວ ເຊິ່ງບໍ່ເຮັດໃຫ້ຜິດຫວັງເຖິງແມ່ນຈະເກີດວິກິດ ແລະຕະຫຼາດຕົກຕ່ຳ. ນີ້ຄືຮຸ້ນ 5 ຕົວອັນດັບຕົ້ນໆໃນພອດລັບຂອງ Warren Buffett.
ເຖິງວ່າຕະຫຼາດຈະປັບຕົວລົງແລະລາຄາຕົກຕໍ່າ ແຕ່ນັກລົງທຶນທີ່ຮອບຄອບກໍມີແຜນສຳຮອງຢູ່ສະເໝີ. ມີຂ່າວວ່າ Warren Buffett ມີພອດການລົງທຶນລັບມູນຄ່າ 5.9 ຕື້ໂດລາ ເຊິ່ງປະກອບມີຫຸ້ນພຽງບໍ່ກີ່ຕົວ. ຫຼາຍຄົນຢາກຮູ້ວ່າມີຫຸ້ນຫຍັງຢູ່ໃນນັ້ນ ເພາະ Warren ສ້າງຜົນຕອບແທນໄດ້ຫຼາຍກວ່າ 20% ຕະຫຼອດໄລຍະ 57 ປີໃນອາຊີບຂອງລາວ.
ຜົນງານໃນອະດີດຂອງລາວໂດດເດັ່ນຫຼາຍ. ດ້ວຍເຫດນີ້ ພວກເຮົາຈຶ່ງບໍ່ພາດໂອກາດຄົ້ນຫາວ່າມີຫຸ້ນຕົວໃດແດ່ຢູ່ໃນພອດລັບນັ້ນ.
Apple ເປັນຫຸ້ນທີ່ມີສັດສ່ວນຫຼາຍທີ່ສຸດໃນການຖືຄອງຂອງ Warren. ບໍລິສັດຊັ້ນນຳດ້ານເຕັກໂນໂລຊີນີ້ມີທັງໂຄງການສ້າງຜົນຕອບແທນທີ່ກ້າວໜ້າ ແລະນະວັດຕະກຳ. ນີ້ເປັນເຫດຜົນທີ່ຫຸ້ນຂອງບໍລິສັດນີ້ເປັນທີ່ນິຍົມຂອງນັກລົງທຶນທຸກລະດັບມາໂດຍຕະຫຼອດ.



ສຳລັບ Oracle of Omaha ນັ້ນ ລາວຖືຫຸ້ນຂອງບໍລິສັດນີ້ມູນຄ່າ 2.8 ຕື້ໂດລາ ເຊິ່ງເປັນສັດສ່ວນທີ່ໃຫຍ່ທີ່ສຸດໃນຊັບສິນທາງການເງິນທັງໝົດຂອງລາວ.
Oracle ເປັນທີ່ຮູ້ຈັກດີວ່າສົນໃຈຂະແໜງທະນາຄານ ໂດຍສະເພາະຫຸ້ນທະນາຄານ. ທະນາຄານພາກພື້ນ U.S. Bancorp ມີການເຕີບໂຕ 1.63% ໃນໄລຍະຜ່ານມາ. ວິໄນທາງການເງິນທີ່ເຂັ້ມແຂງເປັນປັດໄຈໜຶ່ງທີ່ເຮັດໃຫ້ຫຸ້ນທະນາຄານດຶງດູດໃຈນັກລົງທຶນຢ່າງຫຼາຍ. ນີ້ເປັນເຫດຜົນທີ່ຊັບສິນທີ່ Buffet ລົງທຶນໄວ້ 13.8% ເປັນຫຸ້ນຂອງທະນາຄານນີ້.
ເຖິງວ່າຈະມີພາວະເສດຖະກິດຖົດຖອຍແລະອັດຕາດອກເບ້ຍສູງຂຶ້ນຢ່າງຫຼວງຫຼາຍ ແຕ່ທະນາຄານລາຍໃຫຍ່ຂອງສູນການເງິນໃນສະຫະລັດກໍຍັງເປັນທີ່ສົນໃຈສຳລັບການລົງທຶນ. ຄວາມອົດທົນແລະຍຸດທະສາດການເງິນທີ່ວາງແຜນມາຢ່າງຮອບຄອບ ຊ່ວຍໃຫ້ສະຖາບັນຮັກສາຜົນງານໃຫ້ຢູ່ໃນລະດັບສູງ ເຖິງແມ່ນໃນຊ່ວງເສດຖະກິດຊະລໍຕົວ.
ນອກຈາກນັ້ນ ທະນາຄານຍັງສາມາດເພີ່ມພອດສິນເຊື່ອ ແລະລາຍຮັບດອກເບ້ຍສຸດທິໄດ້.
ຫຸ້ນມູນຄ່າດີເປັນສ່ວນສຳຄັນຂອງພອດການລົງທຶນທີ່ກະຈາຍຄວາມສ່ຽງໄດ້ດີ. HP ເປັນໜຶ່ງໃນບໍລິສັດຍັກໃຫຍ່ດ້ານເຕັກໂນໂລຊີ ທີ່ຍອດຂາຍຄອມພິວເຕີ PC ແລະແລັບທັອບຍັງເຕີບໂຕ ເຖິງແມ່ນໃນຊ່ວງເສດຖະກິດອ່ອນແອ. ປັດໄຈນີ້ເຮັດໃຫ້ແຜນການລົງທຶນຄາດຄະເນໄດ້ງ່າຍຂຶ້ນ ແລະຈັດການໄດ້ສະດວກຂຶ້ນ.
ຍາກທີ່ຈະຈິນຕະນາການພອດການລົງທຶນທີ່ວາງແຜນມາຢ່າງດີ ແຕ່ບໍ່ມີຫຸ້ນນ້ຳມັນ. Warren Buffett ຮູ້ດີເຖິງເລື່ອງນີ້. ນີ້ເປັນເຫດຜົນທີ່ຫຸ້ນ Chevron ມີສັດສ່ວນຫຼາຍກວ່າ 5% ຂອງຊັບສິນທີ່ລາວລົງທຶນໄວ້. ບໍລິສັດເປັນເຈົ້າຂອງຊັບສິນທັງໃນຂະແໜງຕົ້ນນ້ຳແລະກາງນ້ຳ ຊຶ່ງລວມມີທັງທໍ່ສົ່ງນ້ຳມັນ ແລະໂຮງງານເຄມີສຳລັບກັ່ນແລະຜະລິດນ້ຳມັນ.
ເຖິງຈະມີແນວໂນ້ມໃໝ່ໆແລະຊັບສິນທີ່ “ມາແຮງ” ແຕ່ນັກລົງທຶນທີ່ມີປະສົບການກໍຍັງເພິ່ງພາເຄື່ອງມືທີ່ໄວ້ໃຈໄດ້ແລະຜ່ານການພິສູດມາຕາມການເວລາ ເພື່ອປົກປ້ອງທຶນຂອງຕົນ. ຊື້ຂາຍຫຸ້ນຊັ້ນນຳເຊັ່ນດຽວກັບ Warren Buffett ຫຼືເລືອກຈາກເຄື່ອງມືການຊື້ຂາຍອື່ນໆອີກຫຼາຍສິບລາຍການເທິງແພລດຟອມຂອງພວກເຮົາ. ຮັບປະໂຫຍດຈາກເງື່ອນໄຂລະດັບຊັ້ນນຳໃນອຸດສາຫະກຳ!