Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.
ເມື່ອຄົ້ນຫາປຶ້ມການວິເຄາະທາງເຕັກນິກທີ່ດີທີ່ສຸດ ທ່ານຈະພົບແຫຼ່ງຂໍ້ມູນຫຼາຍຢ່າງທີ່ກວມເອົາຫົວຂໍ້ການຝຶກຝົນຫຼາຍດ້ານ ຕັ້ງແຕ່ຈິດວິທະຍາມວນຊົນ, ຮູບແບບລາຄາ ໄປຈົນເຖິງການພັດທະນາລະບົບການຊື້ຂາຍ. ປຶ້ມການວິເຄາະທາງເຕັກນິກບາງເຫຼັ້ມອາດເບິ່ງຄືລ້າສະໄໝ ເພາະຕີພິມມາແລ້ວຫຼາຍປີ ຫຼືຫຼາຍສິບປີ. ແຕ່ໃນອີກດ້ານໜຶ່ງ ທ່ານຈະໄດ້ພົບຜົນງານຊັ້ນຍອດທີ່ຜ່ານການພິສູດຕາມການເວລາ ເຊິ່ງອະທິບາຍພື້ນຖານແລະຫຼັກການສຳຄັນທີ່ຄວນຄຳນຶງເຖິງເມື່ອຊື້ຂາຍຕາມແນວທາງຂອງນັກວິເຄາະທາງເຕັກນິກທີ່ມີປະສົບການ.

ໃນບົດຄວາມນີ້ ພວກເຮົາໄດ້ລວບລວມປຶ້ມການວິເຄາະທາງເຕັກນິກທີ່ດີທີ່ສຸດ ເຊິ່ງຈະຊ່ວຍໃຫ້ທ່ານຊຳນານສິລະປະການຊື້ຂາຍໂດຍໃຊ້ຮູບແບບລາຄາ, ອິນດິເຄເຕີທາງເຕັກນິກ, ແລະຂໍ້ມູນເຊິງເລິກກ່ຽວກັບຕະຫຼາດເພື່ອໃຊ້ເປັນແຫຼ່ງຂໍ້ມູນຕະຫຼາດຫຼັກທີ່ກ່ຽວຂ້ອງ. ປຶ້ມເຫຼົ່ານີ້ຈະຊ່ວຍໃຫ້ທ່ານເຂົ້າໃຈແນວຄິດຂອງການວິເຄາະທາງເຕັກນິກໄດ້ດີຂຶ້ນ ພ້ອມທັງຮູ້ວິທີປັບໃຊ້ ກົນລະຍຸດການຊື້ຂາຍສະເພາະຂອງທ່ານ.
ປຶ້ມເຫຼັ້ມນີ້ມີຄຳແນະນຳລະອຽດແລະຂໍ້ສະເໜີແນະກ່ຽວກັບວິທີນຳໃຊ້ວິທີການແລະເຄື່ອງມືການຊື້ຂາຍສະເພາະພາຍໃຕ້ສະພາບຕະຫຼາດຈິງ. ທ່ານຈະໄດ້ຮຽນຮູ້ຫຼັກການພື້ນຖານຂອງການວິເຄາະທາງເຕັກນິກ ພ້ອມທັງແນວຄິດຫຼັກແລະປັດໄຈຕ່າງໆທີ່ສາມາດນຳໄປໃຊ້ໃນຕະຫຼາດການເງິນໄດ້ຢ່າງມີປະສິດທິຜົນ.
ນອກຈາກນັ້ນ ມືໃໝ່ຈະໄດ້ຮູ້ຈັກເຕັກໂນໂລຊີລ່າສຸດທີ່ນັກຊື້ຂາຍສາຍເຕັກນິກນຳໃຊ້. ຜູ້ຂຽນໃຫ້ຂໍ້ມູນເຊິງເລິກຢ່າງຄົບຖ້ວນກ່ຽວກັບການໝູນວຽນຂອງຮຸ້ນແລະຮູບແບບແທ່ງທຽນ ພ້ອມທັງອະທິບາຍຂະບວນການຄວາມສຳພັນລະຫວ່າງຕະຫຼາດ ແລະວິທີອ່ານກຣາຟສະເພາະເພື່ອຊ່ວຍໃຫ້ຕັດສິນໃຈໄດ້ຢ່າງຮອບຄອບແລະມີຜົນດີ. ສິ່ງສຳຄັນອີກຢ່າງໜຶ່ງຄື ຜູ້ອ່ານຈະໄດ້ຮຽນຮູ້ວິທີໃຊ້ເຄື່ອງມື F&O.



ຄູ່ມືທີ່ເໝາະສົມສຳລັບນັກລົງທຶນທີ່ຕ້ອງການປະສົບຜົນສຳເລັດ ແລະຮຽນຮູ້ວິທີສັງເກດຈຸດປ່ຽນທິດແລະແນວໂນ້ມການລົງທຶນທີ່ສຳຄັນ. ຜູ້ຊ່ຽວຊານຫຼາຍຄົນຖືວ່ານີ້ເປັນປຶ້ມການວິເຄາະທາງເຕັກນິກທີ່ດີທີ່ສຸດ ເຊິ່ງຍັງມີຊື່ຮຽກອີກຢ່າງວ່າ “ຄຳພີການວິເຄາະທາງເຕັກນິກ”.
ຈຸດເດັ່ນຫຼັກຂອງປຶ້ມເຫຼັ້ມນີ້ແມ່ນ ຜູ້ຂຽນເຜີຍເຄັດລັບແລະຂໍ້ມູນຈາກປະສົບການຈິງກ່ຽວກັບວິທີນຳໃຊ້ການວິເຄາະທາງເຕັກນິກ ແລະຮວບຮວມເຂົ້າໃນການສຶກສາທີ່ຄອບຄຸມຮອບດ້ານ ເຊິ່ງຈະຊ່ວຍໃຫ້ທ່ານຄາດຄະເນທິດທາງລາຄາທີ່ອາດເກີດຂຶ້ນໄດ້ຢ່າງແມ່ນຍຳ ຫຼືການລົງທຶນທີ່ປາສະຈາກຄວາມສ່ຽງ. ປຶ້ມເຫຼັ້ມນີ້ຈະສອນໃຫ້ທ່ານຊື້ຂາຍຢ່າງໝັ້ນໃຈ ໂດຍໃຊ້ກົນລະຍຸດທີ່ປະສົບຜົນສຳເລັດ ອີງໃສ່ວິທີການແລະເຄື່ອງມືການລົງທຶນຂັ້ນສູງ. ນອກຈາກນັ້ນ ຜູ້ຂຽນຍັງສະແດງວິທີຈັດການອາລົມ ແລະຫຼີກລ້ຽງການຕັດສິນໃຈໂດຍບໍ່ໄດ້ຄິດໄຕ່ຕອງ.
ເໝາະຢ່າງຍິ່ງສຳລັບມືໃໝ່ທີ່ຫາກໍ່ເລີ່ມຮູ້ຈັກຕະຫຼາດການເງິນ ແລະໂດຍສະເພາະການວິເຄາະທາງເຕັກນິກ. ໃນປຶ້ມນີ້ ທ່ານຈະພົບຂໍ້ມູນພື້ນຖານດ້ານເຕັກນິກ ພ້ອມຄຳສັບສະເພາະ, ຄຳນິຍາມ ແລະແນວຄິດຕ່າງໆທີ່ອະທິບາຍໄວ້ຢ່າງງ່າຍດາຍ ເໝາະກັບຜູ້ເລີ່ມຕົ້ນ.
ປຶ້ມການວິເຄາະທາງເຕັກນິກເຫຼັ້ມນີ້ອະທິບາຍອິນດິເຄເຕີທາງເຕັກນິກຍອດນິຍົມຫຼາຍກວ່າ100ຕົວ. ນອກຈາກນັ້ນ ຍັງມີຕົວຢ່າງກຣາຟລາຄາທີ່ໃຊ້ກັນທົ່ວໄປ ພ້ອມຄຳອະທິບາຍຢ່າງລະອຽດ. ນີ້ເປັນໂອກາດທີ່ດີໃນການສ້າງແນວທາງທີ່ໝັ້ນໃຈແລະເປັນລະບົບ ໂດຍອີງໃສ່ຫຼັກການພື້ນຖານ.
ຜົນງານຊິ້ນນີ້ແຕກຕ່າງຈາກປຶ້ມຊັ້ນນຳດ້ານການວິເຄາະທາງເຕັກນິກ ເພາະລວບລວມບົດສຳພາດກັບນັກຊື້ຂາຍຊັ້ນນຳ. ພວກເຂົາໄດ້ສົນທະນາກ່ຽວກັບແນວຄິດຫຼາຍດ້ານແລະຮູບແບບການລົງທຶນຕ່າງໆ ພ້ອມທັງແບ່ງປັນຄວາມຮູ້ອັນລ້ຳຄ່າດ້ານການຊື້ຂາຍ ໂດຍອີງໃສ່ເລື່ອງລາວຄວາມສຳເລັດຈິງຂອງພວກເຂົາ. ເປັນປຶ້ມທີ່ດີຫຼາຍສຳລັບນັກລົງທຶນມືໃໝ່ທີ່ຫາກໍເລີ່ມກ້າວເຂົ້າສູ່ຕະຫຼາດການເງິນ. ທ່ານຈະໄດ້ຮຽນຮູ້ຂໍ້ມູນຫຼາຍຢ່າງຈາກບຸກຄົນຊື່ດັງເຊັ່ນ Marty Schwartz, Tom Baldwin, Ed Seykota ແລະ Bruce Kovner.
ຄູ່ມືທີ່ຄອບຄຸມເນື້ອຫາຢ່າງຄົບຖ້ວນ ພ້ອມຄຳອະທິບາຍຢ່າງລະອຽດ, ທິດສະດີ ແລະວິທີນຳໃຊ້ແນວຄິດດ້ານການວິເຄາະທາງເຕັກນິກຕ່າງໆໃນທາງປະຕິບັດ. ປຶ້ມເຫຼັ້ມນີ້ປະສົບຄວາມສຳເລັດຫຼາຍ ຈົນໄດ້ກາຍເປັນປຶ້ມປະກອບຫຼັກສູດທາງການຂອງ CMT (Chartered Market Technician).
ຜູ້ຂຽນໄດ້ສົນທະນາແນວຄິດດ້ານເຕັກນິກຫຼາກຫຼາຍດ້ານ ເຊິ່ງລວມມີຕົວຊີ້ວັດ momentum ຕ່າງໆ, ການວັດ sentiment, ກະແສເງິນທຶນ, ກົນລະຍຸດຫຼຸດຄວາມສ່ຽງ, ຜົນກະທົບຕາມລະດູການ, ລະບົບທົດສອບ ແລະເຄື່ອງມືສຳຄັນອື່ນໆ. ແຕ່ລະປະເດັນມີຮູບພາບແລະແຜນພູມປະກອບ ເຮັດໃຫ້ຜູ້ອ່ານເຂົ້າໃຈຂໍ້ມູນໄດ້ງ່າຍຂຶ້ນ. ນອກຈາກນັ້ນ ທ່ານຍັງຈະໄດ້ຮັບປະໂຫຍດຈາກທັງແນວທາງວິຊາການແລະພາກປະຕິບັດທີ່ນັກຊື້ຂາຍມືອາຊີບແບ່ງປັນ.
ເອກະສານນີ້ບໍ່ມີ ແລະບໍ່ຄວນຖືກຕີຄວາມວ່າມີ ຄຳແນະນຳການລົງທຶນ, ຄຳແນະນຳການລົງທຶນສະເພາະ, ການສະເໜີ ຫຼືການຊັກຊວນໃຫ້ເຮັດທຸລະກຳໃດໆໃນເຄື່ອງມືທາງການເງິນ. ກ່ອນຕັດສິນໃຈລົງທຶນ ທ່ານຄວນຂໍຄຳແນະນຳຈາກທີ່ປຶກສາການເງິນອິດສະຫຼະ ເພື່ອໃຫ້ແນ່ໃຈວ່າທ່ານເຂົ້າໃຈຄວາມສ່ຽງ.