Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.
ການຊື້ຂາຍຕາມ Momentum ແມ່ນຫຍັງ ແລະຊ່ວຍກຳນົດຈຸດເຂົ້າຊື້ຂາຍ ຫຼືອອກຈາກຕະຫຼາດທີ່ເໝາະສົມໂດຍໃຊ້ການເຄື່ອນໄຫວຂອງລາຄາໄດ້ແນວໃດ? ຖ້າທ່ານຮູ້ວ່າ Momentum ໃນຟີຊິກເຮັດວຽກແນວໃດ ທ່ານກໍຈະສາມາດກຳນົດ Momentum ຂອງລາຄາໄດ້ເຊັ່ນກັນ. ແນວຄິດທັງສອງນີ້ຄ້າຍຄືກັນຫຼາຍ. ສິ່ງສຳຄັນທີ່ທ່ານຄວນຮູ້ກ່ຽວກັບຕະຫຼາດການເງິນຄື Momentum ຂອງລາຄາໂດຍທົ່ວໄປຖືກກຳນົດຈາກອັດຕາການປ່ຽນແປງຂອງລາຄາ ແລະປະລິມານການຊື້ຂາຍ.

ອີກຢ່າງໜຶ່ງ ຖ້າທ່ານເຫັນວ່າລາຄາເຄື່ອນໄປໃນທິດທາງໃດໜຶ່ງເປັນໄລຍະໜຶ່ງ ລາຄາກໍຈະເຄື່ອນໄປໃນທິດທາງນັ້ນຕໍ່ ຈົນກວ່າແນວໂນ້ມຈະເລີ່ມສູນເສຍ Momentum ໃນຈຸດໃດຈຸດໜຶ່ງ. ບໍ່ມີໃຜຮູ້ວ່າສິ່ງນີ້ຈະເກີດຂຶ້ນເມື່ອໃດ. ຕົວຊີ້ວັດທາງເຕັກນິກຕ່າງໆຈຶ່ງມີປະໂຫຍດໃນຈຸດນີ້. ຕົວຊີ້ວັດເຫຼົ່ານີ້ຊ່ວຍວັດແທກ ແລະອະທິບາຍ Momentum ພ້ອມທັງປະເມີນອັດຕາການປ່ຽນແປງເມື່ອຊື້ຂາຍຄູ່ສະກຸນເງິນໃດໜຶ່ງ. ຖ້າຜູ້ຊື້ຂາຍພົບວ່າ Momentum ກຳລັງອ່ອນລົງ ນີ້ອາດເປັນສັນຍານວ່າອາດຈະເກີດການກັບຕົວຂອງແນວໂນ້ມ ຫຼືການປັບຕົວຂອງລາຄາ.
ເພື່ອໃຊ້ກົນລະຍຸດນີ້ໃຫ້ໄດ້ຜົນສູງສຸດ ສິ່ງສຳຄັນຫຼາຍແມ່ນຕ້ອງເຂົ້າໃຈວ່າຕະຫຼາດເຄື່ອນໄຫວແນວໃດ. ນອກຈາກນັ້ນ ທ່ານຍັງຕ້ອງຮຽນຮູ້ວິທີກຳນົດສັນຍານສະເພາະ ແລະນຳໃຊ້ສັນຍານເຫຼົ່ານັ້ນຢ່າງຖືກຕ້ອງ.
ຖ້າທ່ານເລືອກຊື້ຂາຍຕາມ Momentum ທ່ານຈະຕ້ອງພິຈາລະນາກົນລະຍຸດແບບສຳບູນ ແລະແບບສົມທຽບ:
ເມື່ອເລືອກກົນລະຍຸດການຊື້ຂາຍທີ່ເໝາະສົມທີ່ສຸດ ທ່ານຈະຕ້ອງຮຽນຮູ້ວິທີນຳໃຊ້ກົນລະຍຸດນັ້ນໃນສະພາບຕະຫຼາດຈິງ.



ໃນຖານະຜູ້ຊື້ຂາຍ ໃນເບື້ອງຕົ້ນທ່ານມີ 2 ທາງເລືອກຫຼັກໃນການນຳໃຊ້ກົນລະຍຸດນີ້. ທາງເລືອກທຳອິດແມ່ນພິຈາລະນາການເຄື່ອນໄຫວຂອງລາຄາ ສ່ວນທາງເລືອກທີສອງແມ່ນໃຊ້ສິ່ງທີ່ເອີ້ນວ່າຕົວຊີ້ວັດ Momentum ໃນຮູບແບບແທ່ງທຽນ ເຊິ່ງໃຫ້ຂໍ້ມູນທີ່ຈຳເປັນທັງໝົດກ່ຽວກັບລາຄາ ແລະທິດທາງການເຄື່ອນໄຫວຂອງລາຄາ. ລາຍລະອຽດທຸກຢ່າງລ້ວນສຳຄັນ ຕັ້ງແຕ່ຄວາມຍາວຂອງແທ່ງທຽນແຕ່ລະແທ່ງ ຈົນເຖິງລາຄາເປີດ ແລະລາຄາປິດ:
ແຕ່ຂໍ້ມູນນີ້ອາດຍັງບໍ່ພຽງພໍໃນການກຳນົດ Momentum. ທ່ານຕ້ອງຊອກຫາຊ່ວງເວລາສັ້ນໆທີ່ລາຄາປັບຂຶ້ນໄວ ຫຼືຫຼຸດລົງໄວ. ນີ້ເປັນສັນຍານວ່າ Momentum ກຳລັງເພີ່ມຂຶ້ນ. ໃນທາງກັບກັນ ຖ້າລາຄາເຄື່ອນໄຫວຊ້າ ກໍເປັນສັນຍານວ່າ Momentum ກຳລັງຫຼຸດລົງ.
ສິ່ງທ້າທາຍຫຼັກແມ່ນການຄາດຄະເນ Momentum ຂອງລາຄາໃນອະນາຄົດ. ແຕ່ຜູ້ຊື້ຂາຍມີ 2 ວິທີງ່າຍໆໃນການເຮັດສິ່ງນີ້. ທຳອິດ ທ່ານຄວນຮູ້ວ່າ Momentum ຈາກການເຄື່ອນໄຫວຂອງລາຄາຈະເກີດຂຶ້ນບ່ອນໃດ. ຕົວຊີ້ວັດຈະຊ່ວຍໃນຈຸດນີ້. ອັນທີສອງ ທ່ານຕ້ອງກຳນົດສັນຍານຈາກການເຄື່ອນໄຫວຂອງລາຄາໃຫ້ຖືກຕ້ອງ ເພື່ອເຂົ້າໃຈວ່າ Momentum ກຳລັງຫຼຸດລົງ ຫຼືເພີ່ມຂຶ້ນ.
ດັ່ງທີ່ໄດ້ກ່າວໄວ້ກ່ອນໜ້ານີ້ ເພື່ອອະທິບາຍ momentum ພວກເຮົາຕ້ອງພິຈາລະນາ 3 ປັດໄຈຫຼັກ: ປະລິມານການຊື້ຂາຍ, ຄວາມຜັນຜວນ ແລະກອບເວລາ. ເມື່ອພິຈາລະນາປັດໄຈສຳຄັນທັງ 3 ນີ້ ພວກເຮົາສາມາດລວບລວມລາຍຊື່ຕົວຊີ້ວັດ momentum ທີ່ເໝາະສົມທີ່ສຸດ ເຊິ່ງຈະຊ່ວຍປັບປຸງກົນລະຍຸດຂອງທ່ານໄດ້ຢ່າງແນ່ນອນ:
ການວິເຄາະແລະເຂົ້າໃຈສະພາບຕະຫຼາດທີ່ເປັນພື້ນຖານທັງໝົດກ່ອນນຳກົນລະຍຸດ momentum ໄປໃຊ້ແມ່ນສຳຄັນຫຼາຍ. ມິສະນັ້ນ ອາດເຮັດໃຫ້ຕີຄວາມສັນຍານຜິດ ແລະເກີດການຂາດທຶນ.
ເອກະສານນີ້ບໍ່ມີ ແລະບໍ່ຄວນຖືກຕີຄວາມວ່າມີ ຄຳແນະນຳການລົງທຶນ, ຄຳແນະນຳການລົງທຶນສະເພາະ, ການສະເໜີ ຫຼືການຊັກຊວນໃຫ້ເຮັດທຸລະກຳໃດໆໃນເຄື່ອງມືທາງການເງິນ. ກ່ອນຕັດສິນໃຈລົງທຶນ ທ່ານຄວນຂໍຄຳແນະນຳຈາກທີ່ປຶກສາການເງິນອິດສະຫຼະ ເພື່ອໃຫ້ແນ່ໃຈວ່າທ່ານເຂົ້າໃຈຄວາມສ່ຽງ.