Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?

ລາຍການກວດສອບການຊື້ຂາຍສຸດຄົບຖ້ວນ ເພື່ອຊື້ຂາຍແບບມືອາຊີບ

ໃນຍຸກທີ່ການຊື້ຂາຍອອນລາຍພັດທະນາຢ່າງຕໍ່ເນື່ອງ ການມີລາຍການກວດສອບການຊື້ຂາຍທີ່ຄົບຖ້ວນຈະຊ່ວຍບໍ່ໃຫ້ມືໃໝ່ຮູ້ສຶກຖືກຂໍ້ມູນຖ້ວມຖົມ ເມື່ອເຂົ້າສູ່ຕະຫຼາດການເງິນເປັນຄັ້ງທຳອິດ. ເມື່ອມີສິ່ງໃໝ່ໆຫຼາຍຢ່າງໃຫ້ຮຽນຮູ້ ລາຍການກວດສອບແຜນການຊື້ຂາຍຈະຊ່ວຍໃຫ້ທ່ານມຸ່ງເນັ້ນໃສ່ເລື່ອງຕ່າງໆທີລະຂັ້ນ ເພື່ອເລີ່ມຕົ້ນໄດ້ຢ່າງຮອບຄອບ ແລະວ່ອງໄວ.

None

ໃນບົດຄວາມນີ້ ພວກເຮົາຈະແບ່ງປັນຊຸດຄຳແນະນຳສຳຄັນ ເຊິ່ງລວມມີປະເດັນທີ່ມືໃໝ່ທຸກຄົນຄວນພິຈາລະນາ ເພື່ອກ້າວໄປສູ່ການເປັນມືອາຊີບທີ່ປະສົບຜົນສຳເລັດ. ນີ້ແມ່ນຄຳແນະນຳທີ່ງ່າຍ ແຕ່ໄດ້ຜົນ ເພື່ອຊ່ວຍໃຫ້ທ່ານຮູ້ວ່າຄວນມຸ່ງເນັ້ນໃສ່ສິ່ງໃດກ່ອນ ແລະວາງແຜນການຊື້ຂາຍໃຫ້ປະສົບຜົນສຳເລັດ.

#1 – ເລືອກ Broker

ຄວາມສຳເລັດໃນເສັ້ນທາງການເງິນຂອງທ່ານຂຶ້ນກັບຄວາມໜ້າເຊື່ອຖືຂອງ Broker ທີ່ທ່ານເລືອກ. ນອກຈາກນັ້ນ ຍັງມີປັດໄຈຫຼາຍຢ່າງທີ່ອາດສ້າງຄວາມແຕກຕ່າງ. ສິ່ງທີ່ທ່ານຄວນພິຈາລະນາເມື່ອເລືອກຜູ້ໃຫ້ບໍລິການມີດັ່ງນີ້:

  • ເງື່ອນໄຂການຊື້ຂາຍ – ຕິດຕາມ leverage, spread ແລະເງື່ອນໄຂການຊື້ຂາຍອື່ນໆ ເພາະສິ່ງເຫຼົ່ານີ້ອາດກຳນົດວ່າການຊື້ຂາຍຂອງທ່ານຈະປະສົບຜົນສຳເລັດພຽງໃດ.
  • ເຄື່ອງມືການຊື້ຂາຍ – ແພລດຟອມທີ່ມີສິນຊັບພຽງຊະນິດດຽວ ຫຼືສອງສາມຊະນິດ ອາດບໍ່ເໝາະຖ້າທ່ານກຳລັງຊອກຫາໂອກາດກະຈາຍການຊື້ຂາຍ. ຄວນເລືອກ Broker ທີ່ມີເຄື່ອງມື ແລະສິນຊັບຫຼາກຫຼາຍໃຫ້ຊື້ຂາຍ ຕັ້ງແຕ່ສະກຸນເງິນ ແລະສິນຄ້າໂພຄະພັນ ໄປຈົນເຖິງດັດຊະນີ ສະກຸນເງິນດິຈິຕອນ ແລະອື່ນໆ.
  • ຊອບແວການຊື້ຂາຍ. ການຊື້ຂາຍອອນລາຍຈະເປັນໄປບໍ່ໄດ້ຫາກບໍ່ມີຊອບແວທີ່ທັນສະໄໝແລະມີປະສິດທິພາບສູງ. ແພລດຟອມເຊັ່ນ MT4 ມີຟີເຈີຄົບຊຸດແລະເຄື່ອງມືໃນຕົວທີ່ທ່ານອາດຕ້ອງການເພື່ອສົ່ງຄຳສັ່ງຊື້ຂາຍໄດ້ທັນທີ.
  • ໂບນັດ. ຜູ້ເລີ່ມຕົ້ນບໍ່ຄວນພາດໂອກາດນີ້ ເພາະ ໂບນັດສາມາດຊ່ວຍເພີ່ມເງິນທຶນທີ່ມີໃຫ້ໃຊ້ໃນບັນຊີ ແລະນຳໄປພັດທະນາກົນລະຍຸດການຊື້ຂາຍທີ່ສ້າງຜົນກຳໄລ ໂດຍບໍ່ສ່ຽງສູນເສຍເງິນທຶນຂອງຕົນເອງ.
  • ຄວາມໜ້າເຊື່ອຖື. ກວດໃຫ້ແນ່ໃຈວ່າໂບຣກເກີທີ່ເລືອກໃຊ້ບັນຊີແຍກຕ່າງຫາກ ແລະມີມາດຕະການປົກປ້ອງເງິນທຶນ.

#2 - ດາວໂຫຼດເຄື່ອງມືການຊື້ຂາຍ

ຂໍ້ທີ 2 ໃນລາຍການກວດສອບແຜນການຊື້ຂາຍຂອງພວກເຮົາ ກ່ຽວກັບເຄື່ອງມືແລະຕົວຊີ້ວັດສຳລັບການຊື້ຂາຍທີ່ທ່ານອາດຕ້ອງດາວໂຫຼດ. ກວດເບິ່ງລາຍການຕົວເລືອກແລະແອັບທັງໝົດທີ່ມີ ໂດຍເລືອກໃຫ້ເໝາະກັບລະບົບປະຕິບັດການໃນຄອມພິວເຕີຫຼືມືຖືຂອງທ່ານ. ກວດໃຫ້ແນ່ໃຈວ່າຊອບແວເຂົ້າກັນໄດ້ 100% ກັບລະບົບປະຕິບັດການແລະຮາດແວທີ່ທ່ານຕ້ອງການໃຊ້.

ນອກຈາກນັ້ນ ກວດເບິ່ງວ່າມີແອັບມືຖືໃຫ້ໃຊ້ຫຼືບໍ່ ເພື່ອສາມາດຊື້ຂາຍໄດ້ທຸກເວລາ ໂດຍບໍ່ຈຳກັດສະຖານທີ່. ຊອກຫາ ສ່ວນເສີມເພີ່ມເຕີມເຊັ່ນ ປລັກອິນ MT4 Supreme Edition, MetaTrader Multiterminal ແລະໂຊລູຊັນອື່ນໆທີ່ຊ່ວຍຍົກລະດັບການຊື້ຂາຍຂອງທ່ານ.

ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

#3 – ເພີ່ມພູນຄວາມຮູ້

ເມື່ອເລີ່ມຊື້ຂາຍອອນລາຍ ທ່ານຈະຕ້ອງຮຽນຮູ້ຫຼາຍຢ່າງ. ວິທີທີ່ຈະປະສົບຜົນສຳເລັດຄືການຮຽນຮູ້ເຕັກນິກແລະແນວທາງໃໝ່ໆຢ່າງຕໍ່ເນື່ອງ. ໃນເບື້ອງຕົ້ນ ຜູ້ເລີ່ມຕົ້ນຄວນຮຽນຮູ້ ພື້ນຖານບາງປະການ ເຊັ່ນ ປະເພດຄຳສັ່ງຊື້ຂາຍ, ຄຳອະທິບາຍກ່ຽວກັບ marginແລະ leverage, ເຄື່ອງມືຈັດການຄວາມສ່ຽງ ແລະດ້ານສຳຄັນອື່ນໆທີ່ຈຳເປັນສຳລັບການເລີ່ມຕົ້ນ.

#4 – ຝຶກຝົນທັກສະຂອງທ່ານ

ການອ່ານ ປຶ້ມກ່ຽວກັບການຊື້ຂາຍຫຼາຍຮ້ອຍຫົວບໍ່ໄດ້ຮັບປະກັນວ່າຈະປະສົບຜົນສຳເລັດ. ຄວາມຮູ້ຕ້ອງໄດ້ຮັບການເສີມດ້ວຍທັກສະຈາກການປະຕິບັດຈິງ. ການອ່ານເລື່ອງລາວຄວາມສຳເລັດຫຼາຍໆເລື່ອງອາດຊ່ວຍສ້າງແຮງບັນດານໃຈ ແຕ່ບໍ່ຄວນໃຊ້ເປັນແຮງຜັກດັນຫຼັກ ເພາະກົນລະຍຸດຂອງທ່ານຄວນອີງໃສ່ພື້ນຖານທີ່ໜັກແໜ້ນ ບໍ່ແມ່ນຜົນງານທາງທິດສະດີທີ່ລົງໃນວາລະສານການເງິນ. ຄວນຮັກສາລະບຽບວິໄນແລະພະຍາຍາມຄວບຄຸມອາລົມຢູ່ສະເໝີ. ການຕັດສິນໃຈຕາມອາລົມອາດນຳໄປສູ່ການຂາດທຶນຢ່າງໜັກ. ໃຊ້ບັນຊີ demo ເພື່ອທົດລອງເຕັກນິກຂອງທ່ານພາຍໃຕ້ສະພາບຕະຫຼາດຈິງ. ນອກຈາກນັ້ນ ໃຊ້ ຊອບແວ backtestingເພື່ອທົດສອບກົນລະຍຸດແບບອັດຕະໂນມັດພາຍໃນແພລດຟອມການຊື້ຂາຍ.

#5 – ປະເມີນຄວາມສ່ຽງທີ່ອາດເກີດຂຶ້ນ

ຫຼັງຈາກຝຶກຝົນມາໄລຍະໜຶ່ງ ໃນທີ່ສຸດທ່ານກໍຈະວາງແຜນການຊື້ຂາຍໄດ້. ໃນຂັ້ນຕອນນີ້ ທ່ານຕ້ອງປະເມີນຄວາມສ່ຽງແລະຜົນກຳໄລທີ່ອາດເກີດຂຶ້ນ ເພື່ອກຳນົດວ່າທ່ານພ້ອມລົງທຶນເທົ່າໃດໂດຍບໍ່ກະທົບງົບປະມານ. ສິ່ງສຳຄັນຄືການເຂົ້າໃຈຜົນຕອບແທນທີ່ອາດໄດ້ຮັບ. ນີ້ເປັນວິທີດຽວທີ່ຈະເປັນຜູ້ຊື້ຂາຍທີ່ຄວບຄຸມຄວາມສ່ຽງໄດ້. ນອກຈາກນັ້ນ ຈົ່ງຈື່ໄວ້ວ່າຜູ້ຊື້ຂາຍມືອາຊີບທີ່ຈິງຈັງຈະບໍ່ສ່ຽງເງິນເກີນ 2% ຂອງເງິນຝາກເລີ່ມຕົ້ນ.

ເອກະສານນີ້ບໍ່ມີ ແລະບໍ່ຄວນຖືກຕີຄວາມວ່າມີ ຄຳແນະນຳການລົງທຶນ, ຄຳແນະນຳການລົງທຶນສະເພາະ, ການສະເໜີ ຫຼືການຊັກຊວນໃຫ້ເຮັດທຸລະກຳໃດໆໃນເຄື່ອງມືທາງການເງິນ. ກ່ອນຕັດສິນໃຈລົງທຶນ ທ່ານຄວນຂໍຄຳແນະນຳຈາກທີ່ປຶກສາການເງິນອິດສະຫຼະ ເພື່ອໃຫ້ແນ່ໃຈວ່າທ່ານເຂົ້າໃຈຄວາມສ່ຽງ.