Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?

ຂໍ້ຜິດພາດທີ່ຄວນຫຼີກລ່ຽງເມື່ອໃຊ້ແພລດຟອມ Copy Trading

ດ້ວຍການພັດທະນາຂອງຊອບແວ Copy Trading ມືໃໝ່ຈຶ່ງເຂົ້າສູ່ຕະຫຼາດການເງິນໄດ້ງ່າຍ ເຖິງແມ່ນຈະບໍ່ມີພື້ນຖານ ຫຼືຄວາມຮູ້ກໍຕາມ. ວິທີນີ້ຊ່ວຍໃຫ້ເລີ່ມຕົ້ນໄດ້ງ່າຍ ແລະສາມາດຕິດຕາມການຊື້ຂາຍໃນຕະຫຼາດຂອງມືອາຊີບທີ່ມີຜົນງານພິສູດແລ້ວ ພ້ອມທັງແບ່ງປັນຜົນກຳໄລໂດຍອັດຕະໂນມັດ.

None

ກົນລະຍຸດ Copy Trading ສ່ວນໃຫຍ່ໄດ້ສະແດງແລ້ວວ່າມີປະສິດທິພາບ. ແຕ່ມືສະໝັກຫຼິ້ນສ່ວນໃຫຍ່ກໍຍັງສົງໄສວ່າ Copy Trading ແມ່ນຫຍັງ. ນອກຈາກນັ້ນ ບາງຄົນຍັງເຮັດຜິດພາດທົ່ວໄປໃນຂະນະເລືອກແພລດຟອມ Copy Trading ຫຼື Introducing Broker ທີ່ຈະຕິດຕາມ. ໃນບົດຄວາມນີ້ ພວກເຮົາຈະທົບທວນບັນຫາທົ່ວໄປບາງຢ່າງທີ່ຄວນຫຼີກລ້ຽງ ເມື່ອເລີ່ມເປັນ ນັກຊື້ຂາຍ Copy Tradingເປັນຄັ້ງທຳອິດ.

ປະເດັນສຳຄັນທີ່ຄວນພິຈາລະນາໃນການ Copy Trading

ກ່ອນເລີ່ມຕົ້ນ, ທ່ານຄວນພິຈາລະນາຫຼາຍປະເດັນສຳຄັນ ເຊິ່ງຈະກຳນົດຄວາມສຳເລັດໃນອະນາຄົດ ແລະໂອກາດໃນການແບ່ງປັນກຳໄລກັບຜູ້ຊ່ຽວຊານ ໂດຍຕິດຕາມການຊື້ຂາຍຂອງລາວ:

  1. ເລືອກແພລດຟອມ Copy Trading ທີ່ໜ້າເຊື່ອຖື. ນອກຈາກມີຊື່ສຽງທີ່ດີໃນໂລກອອນລາຍແລ້ວ, ຄວນມີທີມນັກຊື້ຂາຍທີ່ມີປະສົບການ ແລະມີຜົນງານໂດດເດັ່ນທີ່ພິສູດໄດ້ ພ້ອມປະຫວັດການຊື້ຂາຍທີ່ປະສົບຜົນສຳເລັດ. ທ່ານຄວນຊອກຫາຜູ້ຊ່ຽວຊານທີ່ມີຜົນງານພິສູດມາແລ້ວຕາມການເວລາ ແທນການຄັດລອກການຊື້ຂາຍຈາກຄົນທີ່ສຸ່ມເລືອກ.
  2. ຫຼີກລ່ຽງການຕາມກະແສ ແລະນັກຊື້ຂາຍທີ່ກາຍເປັນກະແສໄວຣັລ ຫຼືໂດ່ງດັງຢ່າງຫຼາຍດ້ວຍເຫດຜົນອື່ນ ແທນທີ່ຈະເປັນຜົນງານການຊື້ຂາຍ. ຂໍຢ້ຳອີກຄັ້ງວ່າ ຄວາມສຳເລັດທີ່ເກີດຂຶ້ນໂດຍບັງເອີນບໍ່ໄດ້ພິສູດວ່າຈະມີໂອກາດສ້າງລາຍໄດ້. ນອກຈາກນັ້ນ, ບາງຄົນໃຊ້ການຊື້ຂາຍຜ່ານສັງຄົມເປັນເຄື່ອງມືສ້າງກະແສສົນໃຈຮອບຕົນເອງ ເພື່ອດຶງດູດຜູ້ເລີ່ມຕົ້ນໃຫ້ຫຼາຍຂຶ້ນ.
  3. ຄຳເວົ້າທີ່ວ່າ “ຍິ່ງໜ້ອຍຍິ່ງດີ” ໃຊ້ບໍ່ໄດ້ກັບ Copy Trading. ຜູ້ຊ່ຽວຊານແນະນຳໃຫ້ເລືອກຕິດຕາມຜູ້ຊ່ຽວຊານຫຼາຍຄົນ ເພື່ອກະຈາຍວິທີການຂອງທ່ານ ແລະອາດຊ່ວຍເພີ່ມຜົນກຳໄລ. ນອກຈາກນັ້ນ, ວິທີນີ້ອາດຊ່ວຍປ້ອງກັນຄວາມລົ້ມເຫຼວທີ່ຄາດຄະເນບໍ່ໄດ້ ແລະການສູນເສຍເງິນທຶນທັງໝົດໃນຄັ້ງດຽວ.

ເຖິງວ່າຊອບແວ Copy Trading ຈະຖືກພັດທະນາຂຶ້ນໂດຍມີເປົ້າໝາຍໃຫ້ການຊື້ຂາຍເປັນໄປຢ່າງສະດວກ ແລະເໝາະສຳລັບຜູ້ເລີ່ມຕົ້ນຫຼາຍທີ່ສຸດ, ແຕ່ກໍຍັງຕ້ອງໃຊ້ວິຈາລະນະຍານ ຄວາມຮອບຄອບ ແລະຄວາມຮູ້ເທົ່າທັນ, ເພາະນັກລົງທຶນພຶ່ງພາພຽງແຕ່ ນາຍໜ້າແນະນຳ.

ເງື່ອນໄຂການຊື້ຂາຍດີທີ່ສຸດໃນອຸດສາຫະກຳ
ໂບນັດຝາກເງິນ
ສູງສຸດ 200% ໂບນັດຝາກເງິນ 
ສູງສຸດ 200%
Spread
ເລີ່ມຕົ້ນທີ່ 0 pip Spread 
ເລີ່ມຕົ້ນທີ່ 0 pip
ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ ສຳເນົາທີ່ໄດ້ຮັບລາງວັນ
ແພລດຟອມການຊື້ຂາຍ
ເຂົ້າຮ່ວມທັນທີ

ການເລືອກນາຍໜ້າແນະນຳທີ່ໜ້າເຊື່ອຖືເພື່ອຄັດລອກການຊື້ຂາຍ

ຂັ້ນຕອນທຳອິດເພື່ອໃຫ້ກົນລະຍຸດ Copy Trading ຂອງທ່ານປະສົບຜົນສຳເລັດ ແມ່ນການປຽບທຽບຜູ້ນຳການຊື້ຂາຍ ຫຼື IB ທັງໝົດທີ່ມີໃຫ້ຕິດຕາມ. ລາຍການປັດໄຈຕໍ່ໄປນີ້ຈະຊ່ວຍໃຫ້ທ່ານຕັດສິນໃຈວ່າຄວນຕິດຕາມຜູ້ໃດ.

ອັດຕາຜົນຕອບແທນ

ປັດໄຈນີ້ສະແດງເປັນເປີເຊັນວ່ານັກຊື້ຂາຍສ້າງກຳໄລໄດ້ເທົ່າໃດໃນໄລຍະເວລາທີ່ກຳນົດ. ຜົນງານໂດຍລວມອາດເປັນລົບ (ສະແດງການຂາດທຶນ) ຫຼືເປັນບວກ (ສະແດງກຳໄລ).

ກິດຈະກຳ

ປັດໄຈນີ້ຊ່ວຍໃຫ້ນັກລົງທຶນຕິດຕາມອັດຕາສ່ວນເປັນເປີເຊັນ ນັບຈາກມື້ທີ່ນາຍໜ້າເປີດບັນຊີຈົນເຖິງປັດຈຸບັນ ໂດຍລວມທັງລາຍການຊື້ຂາຍທີ່ປິດແລ້ວ ຫຼືຍັງດຳເນີນຢູ່. ຖ້ານາຍໜ້າບໍ່ຄ່ອຍຊື້ຂາຍ, ການເລືອກຕິດຕາມອາດບໍ່ແມ່ນທາງເລືອກທີ່ດີ ເພາະທ່ານອາດຕ້ອງລໍຖ້າດົນກ່ອນຈະແບ່ງປັນກຳໄລຄັ້ງທຳອິດ.

ຜູ້ຕິດຕາມ (ຜູ້ຄັດລອກການຊື້ຂາຍ)

ກຸ່ມນັກລົງທຶນທີ່ຕິດຕາມກໍສາມາດເປັນຕົວຊີ້ວັດທີ່ດີຢ່າງໜຶ່ງຂອງຜົນງານນັກຊື້ຂາຍ. ຍິ່ງຜູ້ຊ່ຽວຊານມີຜູ້ຄັດລອກຫຼາຍ ກໍຍິ່ງສະທ້ອນວ່າຜົນງານຂອງລາວດີ. ແຕ່ຜູ້ເລີ່ມຕົ້ນຄວນຈື່ໄວ້ວ່າ ປັດໄຈນີ້ບໍ່ໄດ້ຮັບປະກັນຄວາມສຳເລັດ ໂດຍຄວນຄຳນຶງວ່ານາຍໜ້າບາງຄົນອາດສ້າງກະແສຄວາມສົນໃຈປອມໆຮອບຕົນເອງ.

ລາຍການຊື້ຂາຍທີ່ສຳເລັດໂດຍລວມ

ປັດໄຈນີ້ກຳນົດອັດຕາຄວາມສຳເລັດໂດຍລວມຈາກລາຍການຊື້ຂາຍທັງໝົດທີ່ປິດແລ້ວ. ໂດຍປົກກະຕິ ຈະມີສະຖິຕິລະອຽດຂອງແຕ່ລະລາຍການ ຫຼືສາມາດກອງຂໍ້ມູນຕາມເຄື່ອງມືທີ່ຊື້ຂາຍໄດ້. ສິ່ງນີ້ຊ່ວຍໃຫ້ຮູ້ວ່ານາຍໜ້າມີຜົນງານດີທີ່ສຸດໃນຕະຫຼາດໃດ.

ໄລຍະເວລາການໃຊ້ບັນຊີ IB

ອາຍຸການໃຊ້ບັນຊີກໍເປັນປັດໄຈທີ່ຄວນພິຈາລະນາ, ເພາະອາດມີປະຫວັດຜົນງານຂອງ IB ທີ່ຍາວນານ ແລະພຽງພໍໃນແພລດຟອມ Copy Trading ນັ້ນ. ຍິ່ງຄອບຄຸມໄລຍະເວລາດົນເທົ່າໃດ, ກໍຍິ່ງມີເຫດຜົນໃຫ້ເຊື່ອຖືນາຍໜ້າຫຼາຍຂຶ້ນ.

ສະຫຼຸບ

ຮູບແບບ Copy trading ກຳລັງກາຍເປັນແນວໂນ້ມທີ່ໄດ້ຮັບຄວາມນິຍົມຢ່າງຫຼາຍ ເພາະຊ່ວຍໃຫ້ເຂົ້າສູ່ຕະຫຼາດການເງິນໄດ້ງ່າຍ ແລະໄວຂຶ້ນ. ແນ່ນອນວ່າ ວິທີນີ້ບໍ່ໄດ້ຮັບປະກັນວ່າທຸກຄົນຈະປະສົບຜົນສຳເລັດ. ນອກຈາກນັ້ນ ຊອບແວ Copy trading ກໍບໍ່ແມ່ນໄມ້ວິເສດ ເພາະຍັງຕ້ອງມີການບຳລຸງຮັກສາ ຕັ້ງຄ່າ ແລະນຳໃຊ້ກົນລະຍຸດ Copy trading ຢ່າງເໝາະສົມ. ໃນຂະນະດຽວກັນ ການຄຳນຶງເຖິງຫຼັກການພື້ນຖານບາງຢ່າງ ຈະຊ່ວຍໃຫ້ທ່ານຫຼີກລ້ຽງຂໍ້ຜິດພາດທົ່ວໄປທີ່ຜູ້ເລີ່ມຕົ້ນ Copy trading ມັກເຮັດ ເມື່ອນັກລົງທຶນກ້າວເຂົ້າສູ່ວົງການນີ້ເປັນຄັ້ງທຳອິດ.

ເອກະສານນີ້ບໍ່ມີ ແລະບໍ່ຄວນຖືກຕີຄວາມວ່າມີ ຄຳແນະນຳການລົງທຶນ, ຄຳແນະນຳການລົງທຶນສະເພາະ, ການສະເໜີ ຫຼືການຊັກຊວນໃຫ້ເຮັດທຸລະກຳໃດໆໃນເຄື່ອງມືທາງການເງິນ. ກ່ອນຕັດສິນໃຈລົງທຶນ ທ່ານຄວນຂໍຄຳແນະນຳຈາກທີ່ປຶກສາການເງິນອິດສະຫຼະ ເພື່ອໃຫ້ແນ່ໃຈວ່າທ່ານເຂົ້າໃຈຄວາມສ່ຽງ.