Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ລາຄາຄຳຢອກລໍ້ຝ່າຍຂາລົງຢູ່ໃນຮູບແບບ Rising Wedge ກ່ອນການເຜີຍແຜ່ CPI ສະຫະລັດ

ລາຄາຄຳຢອກລໍ້ຝ່າຍຂາລົງຢູ່ໃນຮູບແບບ Rising Wedge ກ່ອນການເຜີຍແຜ່ CPI ສະຫະລັດ

ລາຄາຄຳຍັງຄົງຢູ່ຕ່ຳກວ່າ 200-SMA ຢ່າງຕໍ່ເນື່ອງຕັ້ງແຕ່ທ້າຍເດືອນເມສາ ໂດຍຖືກກົດດັນຢູ່ພາຍໃນຮູບແບບ Rising Wedge ທີ່ເກີດຂຶ້ນມາ 3 ອາທິດ. ເມື່ອ RSI ຊົງຕົວ ແລະ MACD ເຄື່ອນໄຫວຊ້າ ຄາດວ່າແນວໂນ້ມຂາລົງຈະຍັງຄົງຢູ່. ແຕ່ຈຳເປັນຕ້ອງມີການຫຼຸດລົງຜ່ານແນວຮັບຂອງຮູບແບບ wedge ນີ້ຢ່າງຊັດເຈນ ທີ່ແຖວ $1,844 ເພື່ອຢືນຢັນທິດທາງຂາລົງໄປຫາລາຄາຕ່ຳສຸດຂອງປີທີ່ເຮັດໄວ້ໃນເດືອນພຶດສະພາ ແຖວ $1,786. ຄວນສັງເກດວ່າ $1,830 ແລະ $1,810 ອາດເປັນຈຸດພັກຕົວລະຫວ່າງທາງ ກ່ອນທີ່ຈະມຸ່ງໜ້າລົງໄປຫາ $1,786.

ໃນທາງກົງກັນຂ້າມ ການປັບຂຶ້ນຜ່ານ 200-SMA ແຖວ $1.,856 ບໍ່ໄດ້ໝາຍຄວາມວ່າເປັນສັນຍານໃຫ້ຜູ້ຊື້ຄຳເຂົ້າຊື້ໄດ້ທັນທີ ເພາະເສັ້ນຕ້ານທານຂາລົງທີ່ມີມາ 6 ອາທິດ ແລະເສັ້ນເທິງຂອງຮູບແບບ wedge ນີ້ ຢູ່ແຖວ $1,865 ແລະ $1,875 ຕາມລຳດັບ ອາດຈະຂັດຂວາງການປັບຂຶ້ນ. ຖ້າໂລຫະມີຄ່ານີ້ປັບຂຶ້ນຜ່ານ $1,875, ລາຄາສູງສຸດໃນເດືອນພຶດສະພາທີ່ $1,910 ແລະຈຸດສູງສຸດໃນທ້າຍເດືອນເມສາແຖວ $1,920 ອາດດຶງດູດແຮງຊື້.

ໂດຍລວມແລ້ວ ແຮງຊື້ຄຳເບິ່ງຄືວ່າເລີ່ມອ່ອນແຮງລົງ ແຕ່ຝ່າຍຂາລົງຍັງຕ້ອງການການຢືນຢັນຈາກທັງລະດັບ $1,844 ແລະຂໍ້ມູນເງິນເຟີ້ຂອງສະຫະລັດ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.