Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ລາຄາຄຳຟື້ນຕົວຕໍ່ຈາກລະດັບ Fibonacci retracement 23.6% ຂອງການຫຼຸດລົງໃນຊ່ວງເດືອນພະຈິກ-ທັນວາ ແລະຂ້າມເສັ້ນ 100-SMA ບໍລິເວນ $1,805 ໂດຍມີ RSI ທີ່ແຂງແຮງຂຶ້ນ ແລະການກໍ່ຕົວຂອງຈຸດຕ່ຳສູງຂຶ້ນໜູນຫຼັງ. ເນື່ອງຈາກ MACD ກໍກຳລັງເຄື່ອນໄປໃນທາງທີ່ເອື້ອຕໍ່ຝ່າຍຊື້ ລາຄາໂລຫະມີແນວໂນ້ມຈະມຸ່ງໜ້າສູ່ລະດັບ Fibonacci 61.8% ໃກ້ $1,830. ແຕ່ແນວຕ້ານແນວນອນທີ່ກໍ່ຕົວມາໄດ້ 2 ເດືອນ ແລະຈຸດສູງສຸດໃນຊ່ວງເດືອນກໍລະກົດ-ກັນຍາ ບໍລິເວນ $1,834 ຈະເປັນດ່ານທີ່ທ້າທາຍສຳລັບຝ່າຍຊື້ຄຳ ກ່ອນທີ່ຈະສາມາດສ້າງຄວາມໝັ້ນໃຈໃຫ້ຕະຫຼາດໄດ້. ດັ່ງນັ້ນ ກ່ອນການເປີດເຜີຍຂໍ້ມູນສຳຄັນ ລາຄາມີທ່າອ່ຽງເຄື່ອນຕົວຂຶ້ນໃນໄລຍະສັ້ນ.
ຂະນະດຽວກັນ ຖ້າລາຄາຫຼຸດລົງຕ່ຳກວ່າເສັ້ນແນວຮັບປະຈຳອາທິດ ຊຶ່ງລ່າສຸດຢູ່ປະມານ $1,795 ກໍຈະກະຕຸ້ນໃຫ້ເກີດການຂາຍຄຳຮອບໃໝ່ ໂດຍມີເປົ້າໝາຍຢູ່ຈຸດຕ່ຳສຸດທີ່ແກວ່ງຕົວລ່າສຸດ $1,787. ເຖິງຢ່າງນັ້ນ ຖ້າອ່ອນຕົວລົງຕໍ່ໄປ ລາຄາຈະພົບກັບແນວຮັບຫຼາຍລະດັບທີ່ກໍ່ຕົວມາຕັ້ງແຕ່ຕົ້ນເດືອນພະຈິກ ໃກ້ $1,760. ຖ້າຝ່າຍຂາຍຄຳຍັງຄຸມເກມໄດ້ເມື່ອລາຄາຫຼຸດຕ່ຳກວ່າ $1,760 ຈຸດຕ່ຳສຸດໃນເດືອນທັນວາທີ່ $1,751 ຈະເປັນຄວາມຫວັງສຸດທ້າຍຂອງຝ່າຍຊື້ ກ່ອນທີ່ຝ່າຍຂາຍຈະລຸ້ນດັນລາຄາໄປຫາຈຸດຕ່ຳສຸດຂອງເດືອນກັນຍາ ບໍລິເວນ $1,721.