Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

ຫຼັງຈາກຫຼຸດລົງເຮັດລະດັບຕ່ຳສຸດໃນຮອບຫຼາຍປີອີກຄັ້ງໃນອາທິດກ່ອນ EURUSD ກໍປັບຂຶ້ນໃນສອງມື້ຜ່ານມາ. ແນວໃດກໍຕາມ ນັກຊື້ຂາຍຄູ່ເງິນນີ້ກຳລັງລໍຖ້າຕົວເລກຄາດຄະເນເບື້ອງຕົ້ນຂອງຂໍ້ມູນເງິນເຟີ້ເດືອນສິງຫາຂອງເຂດເອີໂຣ ເຊິ່ງຈະເຜີຍແຜ່ໃນວັນພຸດ ເພື່ອຫາແຮງກະຕຸ້ນໃໝ່ ໃນຂະນະທີ່ລາຄາກຳລັງທົດສອບເສັ້ນແນວຕ້ານທີ່ມີມາໄດ້ສອງອາທິດ ບໍລິເວນ 1.0050 ໃນເວລາຂຽນຂ່າວ. ຖ້າຂໍ້ມູນສາມາດດັນລາຄາໃຫ້ທະລຸດ່ານຕ້ານໃກ້ໆນີ້ໄດ້ ລະດັບ 100-EMA ບໍລິເວນ 1.0075 ແລະລະດັບ 1.0100 ຈະເປັນແນວຕ້ານສຸດທ້າຍຂອງຝ່າຍຂາຍ. ຄວນສັງເກດວ່າ ຖ້າຄູ່ເງິນປັບຂຶ້ນຜ່ານ 1.0100 ຜູ້ຊື້ຈະສາມາດມຸ່ງເປົ້າໄປຫາລະດັບ Fibonacci retracement 61.8% ຂອງການປັບລົງໃນວັນທີ 10-23 ສິງຫາ ໃກ້ລະດັບ 1.090 ໂດຍຈຸດຕ່ຳສຸດຂອງການແກວ່ງລາຄາໃນກາງເດືອນສິງຫາທີ່ 1.0121 ອາດເປັນຈຸດຢຸດຊົ່ວຄາວ.
ໃນອີກດ້ານໜຶ່ງ ລະດັບ 0.9980 ແລະ 0.9950 ອາດເປັນແນວຮັບໃກ້ໆສຳລັບຄູ່ EURUSD ເມື່ອລາຄາປັບຕົວລົງອີກຄັ້ງ. ຈາກນັ້ນ ລະດັບຕ່ຳສຸດໃນຮອບ 19 ປີ ທີ່ເຮັດໄວ້ໃນອາທິດກ່ອນ ປະມານ 0.9900 ອາດດຶງດູດຄວາມສົນໃຈຈາກຕະຫຼາດ. ລະດັບ Fibonacci Expansion (FE) 61.8% ຂອງການເຄື່ອນໄຫວໃນວັນທີ 12-26 ສິງຫາ ໃກ້ລະດັບ 0.9860 ກໍເປັນອີກລະດັບໜຶ່ງທີ່ອາດຈຳກັດການປັບລົງ.
ຂະນະດຽວກັນ RSI ທີ່ຊົງຕົວ ແລະ MACD ທີ່ເຄື່ອນໄຫວຊ້າ ບົ່ງບອກວ່າແຮງຂາຍກຳລັງອ່ອນລົງ. ແຕ່ທັງໝົດຍັງຂຶ້ນກັບດັດຊະນີລາຄາຜູ້ບໍລິໂພກ (CPI) ເຊິ່ງປັດຈຸບັນເອີ້ນວ່າດັດຊະນີລາຄາຜູ້ບໍລິໂພກແບບປະສານ (HICP).