Scan & Get our app!
Get our app!
Download our app and stay connected on the go.
Scan & Get our app!
Scan QR-code to download our app and stay connected on the go.

EURUSD ປັບຂຶ້ນຕໍ່ເໜືອ 200-SMA ແລະຂ້າມເຂດແນວນອນທີ່ກໍ່ຕົວມາໄດ້ 2 ເດືອນ ບໍລິເວນ 1.1385 ຫຼັງການເປີດເຜີຍຂໍ້ມູນເງິນເຟີ້ຂອງສະຫະລັດ. ເນື່ອງຈາກ MACD ແລະ RSI ສົ່ງສັນຍານທີ່ເອື້ອຕໍ່ການປັບຂຶ້ນ ຄູ່ເງິນຕາຫຼັກນີ້ມີແນວໂນ້ມຈະຮັກສາການຟື້ນຕົວລ່າສຸດໄວ້ໄດ້. ແຕ່ລາຄາຈຳເປັນຕ້ອງປັບຂຶ້ນເໜືອ 1.1385 ຢ່າງຕໍ່ເນື່ອງ ເພື່ອໃຫ້ຝ່າຍຊື້ຂອງຄູ່ເງິນນີ້ສາມາດທ້າທາຍຈຸດສູງສຸດໃນກາງເດືອນພະຈິກໃກ້ 1.1465. ຈາກນັ້ນ ລະດັບ 1.1500 ຈະເປັນຈຸດພັກຕົວຊົ່ວຄາວ ຂະນະທີ່ລາຄາປັບຂຶ້ນໄປຫາຈຸດສູງສຸດທີ່ແກວ່ງຕົວໃນຕົ້ນເດືອນພະຈິກ ບໍລິເວນ 1.1600.
ຂະນະດຽວກັນ ຖ້າລາຄາບໍ່ສາມາດຢືນເໜືອ 1.1385 ໄດ້ ກໍອາດກະຕຸ້ນໃຫ້ເກີດການຍໍ້ຕົວ ໂດຍມີເປົ້າໝາຍຢູ່ລະດັບ 200-SMA ໃກ້ 1.1310. ແຕ່ຄວນສັງເກດວ່າ ຖ້າ EURUSD ອ່ອນຕົວລົງຕ່ຳກວ່າ 1.1300 ກໍຈະພົບກັບແນວຮັບທີ່ລາດຂຶ້ນຈາກທ້າຍເດືອນພະຈິກ ບໍລິເວນ 1.1265. ຈຸດຕ່ຳສຸດຂອງປີ 2021 ໃກ້ 1.1185 ກໍເປັນອີກລະດັບໜຶ່ງທີ່ອາດຊ່ວຍຈຳກັດການປັບລົງ. ຖ້າຄູ່ເງິນຕາຫຼັກນີ້ຫຼຸດຕ່ຳກວ່າ 1.1185 ຈຸດສູງສຸດໃນເດືອນມີນາ 2020 ໃກ້ 1.1150 ແລະ 61.8% FE ຂອງການເຄື່ອນໄຫວລະຫວ່າງວັນທີ 09-30 ເດືອນພະຈິກ ບໍລິເວນ 1.1120 ຈະໄດ້ຮັບຄວາມສົນໃຈຈາກຕະຫຼາດ.
ສະຫຼຸບແລ້ວ EURUSD ຜ່ານດ່ານຕ້ານສຳຄັນໄປໄດ້ຫຼັງການເປີດເຜີຍຂໍ້ມູນດັດຊະນີລາຄາຜູ້ບໍລິໂພກ (CPI) ຂອງສະຫະລັດ ແຕ່ຝ່າຍຊື້ຍັງລໍຖ້າການຢືນຢັນຈາກລະດັບ 1.1385.