Scan & Get our app!

Get our app!

Download our app and stay connected on the go.

Download app
ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
Denis Sergienko • ມື້ນີ້

ຮູບແບບຈຸດສູງສອງຍອດ ແລະການແຍກທິດທາງ RSI ທົດສອບຝ່າຍຊື້ຄຳເໜືອ $1,800

ຮູບແບບຈຸດສູງສອງຍອດ ແລະການແຍກທິດທາງ RSI ທົດສອບຝ່າຍຊື້ຄຳເໜືອ $1,800

ລາຄາຄຳປັບລົງຢ່າງແຮງຫຼັງຈາກຂຶ້ນເຮັດຈຸດສູງສຸດໃນຮອບ 8 ເດືອນໃນວັນອັງຄານ ແລະສ້າງຮູບແບບຈຸດສູງສອງຍອດໃກ້ $1,880. ນອກຈາກຮູບແບບກຣາຟທີ່ບົ່ງຊີ້ວ່າລາຄາອາດຈະລົງແລ້ວ, ການແຍກທິດທາງຂອງ RSI ກໍເປັນສັນຍານໃຫ້ຝ່າຍຊື້ລະມັດລະວັງ ເພາະລາຄາເຮັດຈຸດສູງໃໝ່ ແຕ່ເສັ້ນ RSI ກັບເຮັດຈຸດສູງທີ່ຕ່ຳລົງ. ດັ່ງນັ້ນ ຍັງບໍ່ສາມາດຕັດໂອກາດທີ່ລາຄາຈະປັບລົງຫາລະດັບ 200-DMA ທີ່ $1,807 ໄດ້ ຖ້າລາຄາຫຼຸດຕ່ຳກວ່າຈຸດສູງສຸດໃນເດືອນມັງກອນໃກ້ $1,853. ແຕ່ຄວນສັງເກດວ່າ ການອ່ອນຕົວຂອງຄຳຕ່ຳກວ່າ $1,807 ຈະຖືກທ້າທາຍດ້ວຍເສັ້ນແນວຮັບຂາຂຶ້ນຈາກເດືອນກັນຍາ ໃກ້ $1,777.

ໃນຂະນະດຽວກັນ ຖ້າລາຄາປັບຂຶ້ນຕໍ່ເນື່ອງຜ່ານດ່ານ $1,880 ຈະລົບລ້າງສັນຍານການແຍກທິດທາງ RSI ແລະສັນຍານກຣາຟທີ່ຊີ້ວ່າລາຄາອາດຈະລົງ ເຊິ່ງອາດຈະຜັກດັນລາຄາຂຶ້ນຫາລະດັບ $1,900. ແຕ່ຈຸດສູງສຸດທີ່ເກີດຂຶ້ນໃນເດືອນມິຖຸນາ ແລະເດືອນມັງກອນ 2021 ທີ່ປະມານ $1,916 ແລະ $1,960 ຕາມລຳດັບ ອາດຈະທ້າທາຍຝ່າຍຊື້ຄຳຖ້າລາຄາຍັງຢືນຢູ່ເໜືອ $1,900. ຖ້າລາຄາຄຳປັບຂຶ້ນຜ່ານ $1,960, ລະດັບຈິດວິທະຍາ $2,000 ກໍອາດກັບມາຢູ່ໃນຈຸດສົນໃຈຂອງຕະຫຼາດ.

ດ້ານປັດໄຈພື້ນຖານ, ບົດລາຍງານການປະຊຸມ FOMC ມື້ນີ້ອາດເຮັດໃຫ້ລາຄາຄຳປັບລົງໄດ້ ຖ້າຖ້ອຍຄຳໃນບົດລາຍງານຊີ້ວ່າມີໂອກາດເພີ່ມຂຶ້ນທີ່ Fed ຈະຂຶ້ນອັດຕາດອກເບ້ຍ 0.50% ໃນເດືອນມີນາ.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.