ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

GBPUSDເຄື່ອນໄຫວຜັນຜວນໃກ້ແນວຮັບທີ່ຢູ່ມາຫຼາຍເດືອນ ປະມານ 1.2200

GBPUSDເຄື່ອນໄຫວຜັນຜວນໃກ້ແນວຮັບທີ່ຢູ່ມາຫຼາຍເດືອນ ປະມານ 1.2200

GBPUSD ຍັງອ່ອນຕົວຢູ່ໃກ້ລະດັບຕໍ່າສຸດໃນຮອບ 6 ເດືອນ ເຖິງແມ່ນວ່າຝ່າຍຂາຍຈະກຳລັງປະເຊີນກັບເຂດແນວນອນທີ່ມີຫຼາຍລະດັບ ເຊິ່ງກຳນົດໄວ້ຕັ້ງແຕ່ຕົ້ນເດືອນກຸມພາ. ເສັ້ນ RSI (14) ທີ່ເຂົ້າສູ່ເຂດຂາຍເກີນກໍເປັນອີກປັດໃຈທີ່ທ້າທາຍທິດທາງຂາລົງ. ດັ່ງນັ້ນ ອາດເຫັນລາຄາດີດຕົວຂຶ້ນໃນໄລຍະປັບຖານ ໄປຫາຈຸດຕໍ່າສຸດຂອງເດືອນພຶດສະພາທີ່ປະມານ 1.2310. ແຕ່ເສັ້ນ 200-SMA ໃນກຣາຟລາຍວັນ ທີ່ລ່າສຸດຢູ່ປະມານ 1.2435 ນັ້ນ ອາດເປັນແນວຕ້ານທີ່ຜູ້ຊື້ຄູ່ເງິນ Cable ຜ່ານໄດ້ຍາກ. ເຖິງແມ່ນວ່າເງິນປອນຈະສາມາດຜ່ານດ່ານ 1.2435 ໄປໄດ້ ແນວຕ້ານທີ່ລາດລົງນັບຈາກເດືອນກໍລະກົດ ເຊິ່ງຢູ່ໃກ້ 1.2540 ໃນເວລາລາຍງານ ກໍຈະເປັນແນວປ້ອງກັນດ່ານສຸດທ້າຍຂອງຝ່າຍຂາຍຄູ່ເງິນນີ້.

ໃນທາງກົງກັນຂ້າມ ຖ້າເງິນປອນສະເຕີລິງຍັງອ່ອນຄ່າຕໍ່ເນື່ອງຕໍ່າກວ່າເຂດແນວຮັບສຳຄັນ 1.2200-2190 ກໍອາດຖືກກົດລົງໄປຢ່າງໄວວາ ສູ່ລະດັບ Fibonacci retracement 38.2% ຂອງການປັບຂຶ້ນຈາກເດືອນກັນຍາ 2022 ຫາເດືອນກໍລະກົດ 2023 ຢູ່ໃກ້ 1.2090. ຈາກນັ້ນ ລະດັບຈິດວິທະຍາ 1.2000 ແລະເຂດແນວຮັບກວ້າງທີ່ມີມາແລ້ວ 10 ເດືອນ ບໍລິເວນ 1.1900-1860 ຊຶ່ງຢູ່ຕິດກັບຈຸດຕໍ່າສຸດຂອງປີທີ່ປະມານ 1.1800 ຈະກາຍເປັນຈຸດທີ່ຕະຫຼາດຈັບຕາ.

ໂດຍລວມແລ້ວ ຝ່າຍຂາຍ GBPUSD ເບິ່ງຄືວ່າເລີ່ມໝົດແຮງ ແຕ່ຝ່າຍຊື້ຍັງມີເສັ້ນທາງອີກຍາວໄກແລະຂຸຂະກ່ອນຈະຄວບຄຸມຕະຫຼາດໄດ້.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.