ອອກຈາກລະບົບ
ທ່ານແນ່ໃຈບໍວ່າຕ້ອງການອອກຈາກລະບົບ?
MTrading Team • ມື້ນີ້

GBPUSD ກຽມເຂົ້າສູ່ຮອບຂາຂຶ້ນ, ຈັບຕາຮູບແບບ falling wedge

GBPUSD ກຽມເຂົ້າສູ່ຮອບຂາຂຶ້ນ, ຈັບຕາຮູບແບບ falling wedge

GBPUSD ຍັງຮັກສາກຳໄລທີ່ໄດ້ຮັບແຮງໜູນຈາກຂໍ້ຕົກລົງ Brexit ໄວ້ໄດ້ ພາຍໃນຮູບແບບກຣາຟແນວໂນ້ມຂາຂຶ້ນທີ່ເອີ້ນວ່າ Falling Wedge ເຊິ່ງເລີ່ມປາກົດມາໄດ້ 1 ເດືອນ ຫຼັງຈາກດີດຕົວກັບຢ່າງຕໍ່ເນື່ອງຈາກເສັ້ນແນວໂນ້ມຂາລົງທີ່ປາກົດມາໄດ້ 2 ອາທິດ. ສັນຍານ MACD ຂາຂຶ້ນຍັງຊ່ວຍເສີມແນວໂນ້ມຂາຂຶ້ນ. ແຕ່ RSI ທີ່ໃກ້ຈະເຂົ້າສູ່ພາວະຊື້ຫຼາຍເກີນໄປ ເປັນອຸປະສັກຕໍ່ການປັບຂຶ້ນຕາມທິດທາງທີ່ຄາດໄວ້ໄປຫາ 1.2600. ທັງນີ້ ຈຸດສູງສຸດໃນກາງເດືອນກຸມພາ ແລະຈຸດສູງສຸດຂອງເດືອນກ່ອນໜ້າ ຢູ່ປະມານ 1. 2270 ແລະ 1.2450 ຕາມລຳດັບ ອາດທົດສອບແຮງຊື້. ຄວນສັງເກດວ່າ 100-SMA ແລະຈຸດຢືນຢັນຂອງຮູບແບບ Wedge ຂ້າງຕົ້ນ ຢູ່ໃກ້ 1.2060 ແລະ 1.12110 ຕາມລຳດັບ ອາດຂັດຂວາງການປັບຂຶ້ນໃນໄລຍະສັ້ນຂອງລາຄາ.

ໃນອີກດ້ານໜຶ່ງ 100-SMA ແລະເສັ້ນແນວຕ້ານທີ່ເຄີຍມີໃນວັນທີ 14 ກຸມພາ ທີ່ຢູ່ໃກ້ກັບ 1.2060 ແລະ 1.2020 ຕາມລຳດັບ ຈະຢູ່ກ່ອນລະດັບ 1.2000 ທີ່ເປັນຈຸດດຶງດູດທາງຈິດວິທະຍາ ແລະອາດຂັດຂວາງການປັບຕົວລົງໃນໄລຍະສັ້ນຂອງຄູ່ເງິນ GBPUSD. ຄວນສັງເກດວ່າ ແນວທາງເກີນຄ່າ 1.2000 ໄປແລ້ວອາດຈະຜ່ານໄປຍາກ ໂດຍຈະມີຈຸດຊະງັກຫຼາຍຈຸດໃກ້ 1.1940 ແລະ 1.1900. ນອກຈາກນີ້ ຈຸດຕ່ຳສຸດທີ່ບັນທຶກໄວ້ໃນເດືອນມັງກອນ ແລະຊ່ວງກາງເດືອນພະຈິກ 2022 ທີ່ໃກ້ 1.1840 ແລະ 1.1760 ຕາມລຳດັບ ກໍເປັນປັຈໄຈທີ່ອາດຈະຊະລໍການປັບ๜ົນລົງ.

ໂດຍລວມ GBPUSD ກັບມາເປັນທີ່ຈັບຕາຂອງຝ່າຍຊື້ ຂະນະທີ່ນັກຊື້ຂາຍລໍຖ້າຕົວເລກ PMI ຂອງອັງກິດ ແລະຄຳປາໄສຂອງ Andrew Bailey ຜູ້ວ່າການ BOE.

ຕິດຕາມພວກເຮົາໄດ້ທີ່FB ແລະ Twitter ເພື່ອຕິດຕາມຂ່າວສານລ່າສຸດກ່ຽວກັບເຫດການໃນຕະຫຼາດ.